ADB ອັບ​ເດດ​ການ​ຄາ​ດ​ຄະ​ເນ​ເສດ​ຖະ​ກິດ​ພາກ​ພື້ນ ປາ​ຊີ​ຟິກ

(VOVWORLD) - ວັນທີ 14 ສິງຫາ, ທະນາຄານພັດທະນາ ອາຊີ (ADB), ມີສຳນັກງານຕັ້ງຢູ່ ຟີລິບປິນ ໄດ້ຄາດຄະເນວ່າ ພື້ນຖານເສດຖະກິດຂອງພາກພື້ນ ປາຊີຟິກ ຈະມີການເຕີບໂຕຢູ່ລະດັບ 3,3% ໃນປີນີ້ ແລະ 4% ໃນປີຕໍ່ໄປ. 
ADB ອັບ​ເດດ​ການ​ຄາ​ດ​ຄະ​ເນ​ເສດ​ຖະ​ກິດ​ພາກ​ພື້ນ ປາ​ຊີ​ຟິກ - ảnh 1ສຳນັກງານໃຫຍ່ຂອງ ADB (ພາບ: Reuters)

ໃນບົດລາຍງານຕິດຕາມເສດຖະກິດ ປາຊີຟິກ (PEM), ADB ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການເຕີບໂຕເສດຖະກິດພາກພື້ນ ໄດ້ຮັບການຊຸກຍູ້ຍ້ອນການຟື້ນຟູໃນການເຄື່ອນໄຫວຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ Papua New Guinea, ການທ່ອງທ່ຽວເປັນປົກກະຕິເກືອບມັງໝົດຂອງບັນດາບັນດາໂຄງການພື້ນຖານເສດຖະກິດ ແມ່ນຂຶ້ນກັບການທ່ອງທ່ຽວ ແລະ ກຳລັງໜູນຈາກບັນດາພື້ນຖານໂຄງລ່າງສາທາລະນະ. ເຖິງຢ່າງໃດກໍຕາມ, ADB ກໍ່ກ່າວເຕືອນບາງຄວາມສ່ຽງຄື ສະພາບການຂາດແຮງງານ, ການເງິນທີ່ມີຈຳກັດ, ໄພທຳມະຊາດ ແລະ ການຜັນແປຂອງລາຄາສິນຄ້າ ທົ່ວໂລກ ແລະ ລະບົບສະໜອງ.

ADB ປະຕິບັດ PEM ຕາມຮອບວຽນ 2 ປີເທື່ອໜຶ່ງ ເພື່ອຕີລາຄາກ່ຽວກັບບັນດາການຜັນແປທາງດ້ານເສດຖະກິດ ແລະ ບັນດາບັນຫານະໂຍບາຍຂອງ 14 ພື້ນຖານເສດຖະກິດທີ່ພວມພັດທະນາຢູ່ ປາຊີຟິກ. ບົດລາຍງານສະບັບຫຼ້າສຸດໄດ້ພິຈາລະນາໃນຫຼາຍແງ່ມູມທີ່ແຕກຕ່າງກັນ ເຊິ່ງມີສ່ວນກ່ຽວຂ້ອງເຖິງຄວາມສາມາດໃນການຟື້ນຟູຢູ່ ປາຊີຟິກ. ນອກຈາກນັ້ນ, ບົດລາຍງານກໍ່ສຸມໃສ່ການເຄື່ອນໄຫວກໍ່ສ້າງພື້ນຖານໂຄງລ່າງຟື້ນຟູ, ເພີ່ມທະວີຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເພີ່ມທະວີການຄຸ້ມຄອງການເງິນພາກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ