ADB ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃຫ້​ແກ່​ລະ​ບົບ​ສາ​ທາ​ລະ​ນະ​ສຸກ ຢູ່ລາວ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ

(VOVWORLD) - ໂຄງການດັ່ງກ່າວຈະຊ່ວຍໃຫ້ສາມປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ ຮັບຮອງເອົາບັນດາແຜນການຮັບມືທາງດ້ານສາທາລະນະສຸກລະດັບຊາດ ເພື່ອແກ້ໄຂບັນດາຄວາມສ່ຽງກ່ຽວກັບດ້ານສຸຂະພາບ ເຊິ່ງກ່ຽວຂ້ອງເຖິງອາກາດ, ລວມທັງແດດຮ້ອນ ແລະ ບັນດາພະຍາດຕິດຕໍ່.
ADB ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃຫ້​ແກ່​ລະ​ບົບ​ສາ​ທາ​ລະ​ນະ​ສຸກ ຢູ່ລາວ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ - ảnh 1ທ່ານໝໍກວດພະຍາດໃຫ້ແກ່ປະຊາຊົນຢູ່ເຂດພູສູງ (ພາບ: Vietnam+)

ວັນທີ 20 ກໍລະກົດ, ທະນາຄານພັດທະນາ ອາຊີ (ADB) ໄດ້ປະກາດປະຕິບັດສຳເລັດຂໍ້ລິເລີ່ມໜູນຊ່ວຍດ້ານເຕັກນິກໃຫ້ແກ່ພາກພື້ນທີ່ມີລັກສະນະນຳໜ້າ ຊ່ວຍເພີ່ມທະວີກຳລັງຄວາມສາມາດຂອງບັນດາລະບົບສາທາລະນະສຸກ ຢູ່ ກຳປູເຈຍ, ລາວ  ແລະ ຫວຽດນາມ ເພື່ອແນໃສ່ຮັບມືກັບຄວາມສ່ຽງຈາກປ່ຽນແປງຂອງດິນຟ້າອາກາດ.  ໂຄງການດັ່ງກ່າວໄດ້ຮັບການອະນຸມັດຜ່ານໃນປີ 2015 ດ້ວຍບ້ວງເງິນອຸປະຖຳມີມູນຄ່າ 4,4 ລ້ານ USD ຈາກກອງທຶນພັດທະນາ ເອີຣົບເໜືອ ແລະ ແຫຼ່ງທຶນສົມທົບຈາກລັດຖະບານ 3 ປະເທດ. ໂຄງການດັ່ງກ່າວຈະຊ່ວຍໃຫ້ສາມປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ ຮັບຮອງເອົາບັນດາແຜນການຮັບມືທາງດ້ານສາທາລະນະສຸກລະດັບຊາດ ເພື່ອແກ້ໄຂບັນດາຄວາມສ່ຽງກ່ຽວກັບດ້ານສຸຂະພາບ ເຊິ່ງກ່ຽວຂ້ອງເຖິງອາກາດ, ລວມທັງແດດຮ້ອນ ແລະ ບັນດາພະຍາດຕິດຕໍ່.

ຕອບກັບ

ຂ່າວ/ບົດ​ອື່ນ