ADB: ແງ່​ຫວັງ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ “​ເປັນໜ້າ​ສົ່ງ​ເ​ສີມທີ່​ສຸດ”

(VOVWORLD) - ບົດລາຍງານໄດ້ໃຫ້ຂໍ້ສັງເກດວ່າ, ການຄ້າດີຈີຕອນ ມີຄວາມສາມາດບົ່ມຊ້ອນພັດທະນາແຮງຢູ່ອາຊີຕາເວັນອອກສ່ຽງໃຕ້.
ADB: ແງ່​ຫວັງ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ “​ເປັນໜ້າ​ສົ່ງ​ເ​ສີມທີ່​ສຸດ” - ảnh 1

 ຂົນເຄື່ອງຢູ່ທ່າກຳປັ່ນ ກາດລາຍ (ພາບ: TTXVN)

  ໃນບົດລາຍງານຫຼ້າສຸດປະກາດເມື່ອວັນທີ 13 ພຶດສະພາ, ທະນາຄານພັດທະນາອາຊີ (ADB) ໄດ້ຕີລາຄາວ່າ ແງ່ຫວັງການຟື້ນຟູເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້ “ເປັນໜ້າສົ່ງເສີມທີ່ສຸດ” ໃນສະພາບການຫຼັງໂລກລະບາດໂຄວິດ 19, ແຕ່ບໍ່ແມ່ນວ່າຈະບໍ່ມີຄວາມສ່ຽງເກີດຂຶ້ນ.

   ບົດລາຍງານໄດ້ໃຫ້ຂໍ້ສັງເກດວ່າ, ການຄ້າດີຈີຕອນ ມີຄວາມສາມາດບົ່ມຊ້ອນພັດທະນາແຮງຢູ່ອາຊີຕາເວັນອອກສ່ຽງໃຕ້. ບົດລາຍງານຍັງຊີ້ແຈ້ງວ່າ, ເມື່ອຄວາມຕ້ອງການກ່ຽວກັບບັນດາຜະລິດຕະພັນ ແລະ ການບໍລິການດີຈີຕອນນັບມື້ນັບເພີ່ມຂຶ້ນນັ້ນ, ສິ່ງສຳຄັນແມ່ນຕ້ອງເພີ່ມທະວີການເຊື່ອມຕໍ່ເຕັກນິກດີຈີຕອນ, ການລົງທຶນເຂົ້າບັນດາພື້ນຖານພະລາທິການ ແລະ ແຈກຢາຍ, ພັດທະນາຂັ້ນຕອນ IT-BPO, ໜູນຊ່ວຍການພັດທະນາ ແລະ ບຳລຸງສ້າງທັກສະ ກໍ່ຄືບັນດາຂໍ້ກຳນົດກ່ຽວກັບການຫັນເປັນດີຈີຕອນ ເພື່ອປົກປ້ອງຜູ້ບໍລິໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ