ADB ໜູນຊ່ວຍການ ເຊື່ອມຕໍ່ຄົມມະນາຄົມ ຢູ່ເຂດທົ່ງພຽງແມ່ນ້ຳຂອງ

ADB ໜູນຊ່ວຍການ ເຊື່ອມຕໍ່ຄົມມະນາຄົມ ຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1

(ພາບ:petrotimes.vn)

(vovworld)-​  ທະນາຄານ​ພັດທະນາ​ອາຊີ (ADB) ຈະ​ໃຫ້​ຫວຽດນາມ ກູ້​ຢືມ​ເງິນ​ຈຳນວນ 410 ລ້ານ​ໂດ​ລາ​ສະຫະລັດ​ເພື່ອ​ກໍ່ສ້າງທາງ​ຕອນ​ທີ່​ຂຶ້ນ​ກັບເສັ້ນທາງ​ລະດັບ​ຄວາ​ມ​ໄວ​ສູງ​ເຊື່ອມ​ຕໍ່​ນະຄອນ​ໂຮ່ຈິ​ມິນ ກັບ​ເຂດທ່ົງພຽງ​ແມ່ນ້ຳຂອງ ​ແລະ ບັນດາ​ເຂດ​ແຄມ​ທະ​ເລ​ທາງ​ພາ​ກໃຕ້. ​ໂຄງການ​ເຊື່ອມຕໍ່ນະຄອນ​ໂຮ່ຈິ​ມິນ ກັບ​ເຂດທ່ົງພຽງ​ແມ່ນ້ຳຂອງ ຈະ​ກໍ່ສ້າງ​ທາງຕອນ​ໜຶ່ງ​ໃນ​​ເສັ້ນ​ທາງ​ລະດັບ​ຄວາ​ມ​ໄວ​ສູງ​ທາງ​ພາກ​ໃຕ້​ແຫ່ງ​ທີ​ສອງ, ລວມມີ​ຂົວ​ 2 ​ແຫ່ງທີ່​ມີ​ລວງ​ຍາວທັງ​ໝົດ 5 ກມ ​ແລະ ບັນດາ​​ເສັ້ນ​ທາງ​ເຊື່ອມ​ຕໍ່​ດ້ວຍ​ລວງ​ຍາວ​ທັງໝົດ 26 ກມ. ​ເສັ້ນ​ທາງ​ດັ່ງກ່າວ​ແລ່ນ​ຜ່ານ​ບັນດາ​ແຂວງ​ອານ​ຢາງ, ​ເກີນ​ເທີ ​ແລະ ດົ່ງ​ທາ​ບ ຮອດ​ທາງທິດຕາ​ເວັນ​ຕົກ​ຂອງ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ. ​ຄາດ​ວ່າ, ເສັ້ນທາງ​ມີ​ລະດັບ​ຄວາ​ມ​ໄວ​ສູງດັ່ງກ່າວ​ຈະຖືກ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ທ້າຍ​ປີ 2017. ​ໂຄງການ​ມີ​ມູນ​ຄ່າ 860 ລ້ານ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນລັດຖະບານ​ຫວຽດນາມ ປະກອບ 56 ລ້ານ​ໂດ​ລາ​ສະຫະ​ລັດ.

 

 

 

ຂ່າວ/ບົດ​ອື່ນ