ADB ໜູນຊ່ວຍເງິນ 20 ລ້ານ USD/ປີໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ

 ADB ໜູນຊ່ວຍເງິນ 20 ລ້ານ USD/ປີໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1
(ພາບ​ປະ​ກອບ)


(vovworld)- ວັນ​ທີ 15/6, ຢູ່​ຮ່າ​ໂນ້ຍ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ADB ແລະ ທະ​ນາ​ຄານ​ການ​ຄ້າ​ຮຸ້​ນ​ສ່ວນ ເຟືອງ​ດົງ OCB ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຄ້ຳປະ​ກັນ​ດ້ວຍ​ຈຳ​ນວນ​ເງິນຂຶ້ນ​ເຖິງ 20 ລ້ານ USD ໃນ​ແຕ່​ລະ​ປີ​ເພື່ອ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຢູ່​ຫວຽດ​ນາມ. ທ່ານ Steven Beck ຜູ້​ອຳ​ນວຍ​ການ​ໂຄງ​ການ​ອຸ​ປະ​ຖຳດ້ານ​ການ​ຄ້າ​ຂອງທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ADB ໃຫ້​ຮູ້​ວ່າ ດ້ວຍ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ADB ແລະ ທະ​ນາ​ຄານ​ການ​ຄ້າ​ຮຸ້​ນ​ສ່ວນ ເຟືອງ​ດົງ OCB ຈະ​ໜູນ​ຊ່ວຍ​ບັນ​ດາ​ບໍ​ລິ​ສັດ​ຂາ​ອອກ​ຂາ​ເຂົ້າ ຊຶ່ງ​ລວມ​ທັງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ພ້ອມ​ທັງ​ຊ່ວຍ​ເພີ່ມ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ສ້າງວຽກ​ເຮັດ​ງານ​ທຳ.
ຂ່າວ/ບົດ​ອື່ນ