ADBຄາດຄະເນຫລຸດຜ່ອນການ ລະດັບຈະເລີນເຕີບໂຕເສດຖະກິດຢູ່ອາຊີ

ADBຄາດຄະເນຫລຸດຜ່ອນການ ລະດັບຈະເລີນເຕີບໂຕເສດຖະກິດຢູ່ອາຊີ - ảnh 1
ພາບປະກອບ:internet

(vovworld)- ທະນາຄານ​ພັດທະນາ​ອາ​ຊີ ADB ​ໄດ້ຄາດ​ຄະ​ເນຫລຸດຜ່ອນ​ຄາດ​ຄະ​ເນ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ລວມຂອງ​ພາກ​ພື້ນ ອາຊີ ລົງ​ເຫລືອ​ພຽງ 6 % ​ໃນ​ປີ​ນີ້ ​ເມື່ອ​ທຽບ​ໃສ່​ລະດັບ​ຄາດ​ຄະ​ເນ 6,6% ກ່ອນ​ນີ້ ​ແລະ ລະດັບ 6,1% ທີ່​ບັນລຸ​ໄດ້​ໃນ​ປີ​ກາຍ. ຕາມ​ການ​ຄາດ​ຄ​ະ​ເນ​ຂອງ ADB ​ແລ້ວ, ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ອາຊີ​ໃນ​ປີ 2014 ຈະ​ຫລຸດ​ລົງ​ເຫລືອ​ພຽງ 6,2% ​ເມື່ອ​ທຽບ​ໃສ່​ລະດັບ 6,7% ທີ່​ວາງ​ອອກ​ໃນ​ເດືອນ 4 ຜ່ານ​ມາ.

        ​ໃນ​ບົດ​ລາຍ​ງານ“​ແງ່​ຫວັງ​ການ​ພັດທະນາ​ອາຊີ” ປະຈຳ​ປີ ​ໄດ້​ປະກາດ​​ເມື່ອ​ວັນ​ທີ 2/10, ADB ຖື​ວ່າ ສາຍ​ເຫດ​ພາ​ໃຫ້​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ຂອງ​ທົ່ວ​ພາກ​ພື້ນ​ຫລຸດ​ລົງ ຍ້ອນ​ຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ຈາກ​ການ​ຊຸດ​ໂຊມ​ເສດຖະກິດ​ໃນ 6 ​ເດືອນຕົ້ນ​ປີນີ້ ຢູ່ ຈີນ ​ແລະ ອິນ​ເດຍ. ​ແລະ ກໍ​ຕາມ ADB ​ແລ້ວ, ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຂອງ​ຈີນ ຈະຫລຸດ​ລົງ​ຈາກ 8,2 % ລົງ​ເຫລືອ​ພຽງ 7,6%​ ​ໃນ​ປີ 2013 ​ແລະ ຫລຸດ​ຜ່ອນ​ລົງ​​ເຫລືອ​ພຽງ 7,4% ​ໃນ​ປີ 2014. ​ໃນ​ຂະນະ​ນັ້ນ ອົງການການ​ເງິນ​ໃຫຍ່​ສຸດ​ໃນ​ພາກ​ພື້ນ​ ກໍຄາດ​ຄະ​ເນ​ຫລຸດຜ່ອນ​ລະດັບຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຂອງ​ອິນ​ເດຍຈາກ 6% ລົງ​ເຫລືອ​ພຽງ 4,7% ​ໃນ​ປີ 2013.
ຂ່າວ/ບົດ​ອື່ນ