ADBຕີລາຄາການເຕີບໂຕດ້ານເສດຖະກິດຫວຽດນາມສືບຕໍ່ຮັກສາເປັນປົກກະຕິ

ADBຕີລາຄາການເຕີບໂຕດ້ານເສດຖະກິດຫວຽດນາມສືບຕໍ່ຮັກສາເປັນປົກກະຕິ - ảnh 1
(ADBຕີລາຄາການເຕີບໂຕດ້ານເສດຖະກິດຫວຽດນາມ
ສືບຕໍ່ຮັກສາເປັນປົກກະຕິ)


(vovworld) - ບົດ​ລາຍ​ງານ​ແງ່​ຫວັງພັດ​ທະ​ນາ​ອາ​ຊີ 2016 ໄດ້​ຍົກ​ອອກ​ການ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ຫວຽດ​ນາມ ສື​ບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກະ​ຕິ​ໃນ​ປີ 2016 ດ້ວຍ​ລະ​ດັ​ບ​ເຕີບ​ໂຕ 6,7%. ບົດ​ລາຍ​ງານ​ແງ່​ຫວັງ​ພັດ​ທະ​ນາ​ອາ​ຊີ ​ໂດຍທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ແນະ​ນຳ​ໃນ​ຕອນ​ເຊົ້​າ​ວັນ​ທີ 30/01 ຢູ່​ຮ່າ​ໂນ້ຍ. ຕາມ​ການ​ຕີ​ລາ​ຄາ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ, ນ​ີ້​ແມ່ນ​ລະ​ດັບ​ເຕີບ​ໂຕ​ສູງທີ່​ສຸດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ນັບ​ແຕ່​ປີ 2008 ເປັນ​ຕົ້ນ​ຕໍ່. ​ບັນ​ລຸ​ໄດ​້ສິ່ງ​ດັ່ງ​ກ່າວ​ແມ່ນ​ຍ້ອນ​ອີງ​ໃສ່​ການ​ເພີ່ມ​ບັນ​ດາ​ໂຄງ​ການ ແລະ ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ​ການອຸ​ປະ​ໂພກ​ບໍ​​ລິໂພກ ແລະ ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ ພ້ອມ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ເຕີບ​ໂຕ. ບົດ​ລາຍ​ງານກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ກການ​ເຂົ້າ​ຮ່ວ​ມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃໝ່. ເມື່ອ​ບັນ​ດາ​ສັນ​ຍາ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະ​ຕິ​ບັດ, ຫວຽດ​ນາມ ຈະ​ມີ​ບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ຄ້າ​ໃໝ່. ບົດ​ລາຍ​ງານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ຍູ້​ແຮງວິ​ວັດ​ການ​ປະ​ຕິ​ຮູບ, ມີ​ຄວາມ​ໄຫວ​ພິບ​ໃນ​ນະ​ໂຍ​ບາຍ​ການ​ເງິນ​ໃນ​ປີ 2015 ໄດ້​ເຮັດ​ໃຫ​້​ໄຟ​ເງິນ​ເຟີ້​ຫຼຸດ​ລົງ, ​ສິນ​ເຊື່ອມີການ​ເຕີບ​ໂຕ ແລະ ອັດ​ຕາ​ວຽກ​ເຮັດ​ງານ​ທຳ​ກໍ່​ຄື​ລາຍ​ຮັບ​ໄດ້​ເພີ່ມ​ຂຶ້​ນ.

ຂ່າວ/ບົດ​ອື່ນ