ADBຕີລາຄາສູງການປະຕິຮູບເສດຖະກິດຂອງອິນໂດເນເຊຍ

ADBຕີລາຄາສູງການປະຕິຮູບເສດຖະກິດຂອງອິນໂດເນເຊຍ - ảnh 1
ທ່ານ Joko Widodo, ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ
ພາບ:vtv.vn


(vovworld)-  ​ທ່ານ Takehiko Nakao, ປະ​ທານ ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ADB ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຄ​ືບ​ຫນ້າ​ຂອງ ອິນ​ໂດ​ເນ​ເຊຍ ໃນ​ການ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ນັບ​ແຕ່​ເມື​່ອ​ທ່ານ Joko Widodo ຂຶ້​ນ​ກຳ​ອຳ​ນາດ​ເມື່ອ​ເດືອນ 10/2014. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ​ຢູ່ ຈາ​ກາ​ຕາ ເມື່ອ​ວັນ​ທີ 16/1, ທ່ານ​ປະ​ທານ ADB ໃຫ້​ຮູ້​ວ່າ: ກາ​ນ​ປະ​ຕິ​ຮູບ​ຈຳ​ນວນ​ຫນຶ່ງ​ໃນ​ຊຸມມື້​ທຳ​ອິດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Joko Widodo ໄດ້​ເຮັດ​ໃຫ້​ຕະ​ຫລາດ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ໂຄງ​ການ​ເສດ​ຖ​ະ​ກິດ​ຂອງ​ລັດ​ຖະ​ບານ. ທ່ານ Takehiko Nakao ຖື​ວ່າ: ບັນ​ດາ​ການ​ປະ​ຕິ​ຮູບ​ຂອງ​ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ໃນ​ການ​ຫັນ​ທິດ​ຫນູ​ນ​ຊ່ວຍ​ເຊື້ອ​ເພີງ, ເພີ່ມ​ການ​ເກັບ​ພາ​ສີ​ອາ​ກອນ, ຍູ້​ແຮງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ປະ​ຕິ​ຮູບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ອາດ​ຈະ​ຊ່ວຍ​ພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ໝັ້ນ​ຄົງ​ກວ່າ.

 

 

ຂ່າວ/ບົດ​ອື່ນ