ADBອຸປະຖຳ330ລ້ານUSDໃຫ້ລາວພັດທະນາການທ່ອງທ່ຽວ

ADBອຸປະຖຳ330ລ້ານUSDໃຫ້ລາວພັດທະນາການທ່ອງທ່ຽວ  - ảnh 1
ພາບ​ປະ​ກອບ

(vovworld)​ ​- ທະນາຄານ​ພັດທະນາ​ອາຊີ (ADB) ຫາ​ກໍ່​ລົງ​ນາມ​ໃນ​ຂໍ້​ຕົກລົງ​ອຸປະ​ຖຳ​ 330 ລ້ານ USD ໃຫ້​ລາວເພື່ອ​ພັດທະນາ​ການທ່ອງທ່ຽວ. ຕາມ​ທ່ານ​ນາງລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ເງິນ​ລາວ ທິບ​ພາກອນ ຈັນທະ​ວົງສາ ​ແລ້ວ, ​ແຫຼ່ງອຸປະຖຳດັ່ງກ່າວ​ຈະ​ສະຫງວນ​ໃຫ້​ໂຄງການອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ເປີດ​ກ້ວາງ​ ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນາ​ທຳ ​ແລະ ທ່ອງ​ທ່ຽວ​ຜັນ​ຂະ​ຫຍາຍ.​ ໃນ​ນັ້ນ​​​, ສຸມ​ໃສ່​​​ເຂົ້າ​ການ​ກໍ່ສ້າງເສັ້ນທາງ​ຄົມມະນາຄົມ​ຊົນນະບົດຢູ່​ບັນດາ​ແຂວງ​: ຈຳປາ​ສັກ, ຄຳ​ມ່ວນ, ຫຼວງ​ພະ​ບາງ ​ແລະ ອຸດົມ​ໄຊ, ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ບັນດາ​ເຂດ​ທ່ອງ​ທ່ຽວ​ໃໝ່, ປັບປຸງ​ສຳ​ພັດ​ກັບ​ຕະຫຼາດ ​ແລະ ບັນດາ​ບໍລິການ​ສັງຄົມ; ປັບ​ປຸງສະພາບ​ແວດ​ລ້ອມ​ຢູ່​ບັນດາ​ເຂດ​ທ່ອງ​ທ່ຽວ​ສຳຄັນ ​ແລະ ໜູນ​ຊ່ວຍ​ເປີດ​ກ້ວາງ​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຂະໜາດ​ກາງ ​ແລະ ນ້ອຍ.

ຂ່າວ/ບົດ​ອື່ນ