ADMM:ເປັນເອກະພາບໃນການແກ້ໄຂຄວາມສະຫງົບປອດໄພຢູ່ພາກພື້ນ ແລະ ສາກົນ

ADMM:ເປັນເອກະພາບໃນການແກ້ໄຂຄວາມສະຫງົບປອດໄພຢູ່ພາກພື້ນ ແລະ ສາກົນ - ảnh 1
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ
(ພາບ: Vietnam+)

(vovworld) – ຕອນ​ເຊົ້າ​ວັນ​ທີ 03/11, ຢູ່​ກົວ​ລາ​ລຳ​ເປ​ີ, ປະ​ເທດ​ມາ​ເລ​ເຊ​ຍ ​​ເປີດກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດວົງ​​ແຄບ​ອາ​ຊຽນ (ADMM Retreat) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ 10 ປະ​ເທດ​ສະມາຊິກ​ອາ​ຊຽນ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຫງວຽນ​ວັນ​ຮຽນ, ​ນຳ​ໜ້າ​ຄະນະ​ຜູ​້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

      ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ປີ​ນີ້​ແມ່ນ “ຮັກສາການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສະຖຽນ​ລະພາບ​ໃນ​ພາ​ກພື້ນ​ເພື່ອ​ປະຊາຊົນ ​ແລະ ຍ້ອນປະຊາຊົນ”. ທີ່​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ລັດຖະມົນຕີ​​ໄດ້ວາງ​ອອກ​ຄາດໝາຍ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ​ເພີ່ມ​ທະວີ​ຄວາ​ມຮັບ​ຮູ​້ກ່ຽວ​ກັບ​ບັນດາ​ສິ່ງທ້າ​ທາຍດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ພວມພົ້ນ​ເດັ່ນຂຶ້ນ​ຢູ່​ພາກ​ພື້ນ ​ແລະ ​​ໂລກ​ໃນ​ປະຈຸ​ບັນ, ຈາກ​ນັ້ນຍົກ​ອອກ​ບັນດາ​ມາດຕະການ ​ແລະ ການ​ກະ​ທຳ​ທີ່​ເໝາະ​ສົມ​ເພື່ອຮັບ​ມື. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊ​ຍ Hishamuddin Tun Husein ຖື​ວ່າ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແມ່ນ​​ເສົ້າ​ຄ້ຳ​ສຳຄັນ​ຂອງ​ປະຊາ​ຄົມ​ການ​ເມືອງ​ປ້ອງ​ກັນ​ຄວາມ​ສະຫງົບ​ອາ​ຊຽນ. ສິ່ງ​ດັ່ງກ່າ​ວ​ໄດ້​ຮຽກຮ້ອງ​ໃຫ້​ມີ​ບົດບາດ​ຢ່າງໃຫຍ່​ຫຼວງ​ຂອງ​ແຕ່ລະ​ປະ​ເທດ​ອາ​ຊຽນ ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ພັດທະນາ​ການ​ປ້ອງ​ກັນຊາດ, ຊຸກຍູ​​້ການ​ຮ່ວມ​ມື​ເພື່ອ​ຮັບປະກັນ​ຄວາມ​ສະຫງົບປອດ​ໄພ.

ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ ​ເພື່ອ​ຊຸກຍູ້​ກາ​ນພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນປະ​ເທດລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ, ຫວຽດນາມ ກໍ່​ຕີ​ລາຄາ​ສະຫຼຸບ​10 ປີ​ແຫ່ງ​ການ​ຮ່ວມ​ມືຂອງ​ກົນ​ໄກ​ປ້ອງ​ກັນ​ປະ​ເທດອາ​ຊຽນ ​ແລະ ສະ​ເໜີ​ວິວັດທະນາ​ການ​ຮ່ວມ​ມື​ໃໝ່​ຂອງ​ອາ​ຊຽນ ວິ​ໄສ​ທັດ 10 ປີ​ຈະ​ມາ​ເຖິງ. ພິ​ເສດ, ຫວຽດນາມ ກໍ່​ແບ່ງປັນ​ບັນດາ​ບັນຫາ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ລວມ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ພົນ​ຈັດຕະວາ ຫວູຕ໋ຽນຈ້ອງ, ຫົວໜ້າ​ສະ​ຖາ​ບັນ​ພົວພັນ​ກັບ​ສາກົນ​ກ່ຽວ​ກັບ​ດ້ານ​ປ້ອງ​ກັນປະ​ເທດ, ​ໃຫ້​ຮູ້​ວ່າ:

“ຄະນະ​ຜູ້​ແທນ​ຫວຽດນາມ ​ຢືນຢັນ​ບັນດາ​ບັນຫາ​ຮ່ວມ​ມື ກໍ່​ຄື​ຕີ​ລາຄາ, ຮັບ​ຮູ້​ບັນຫາ​ທະ​ເລ​ຕາ​ເວັນອ​ອກຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ກົດໝາຍ​ສາກົນ ​ແລະ ​ບັນດາ​ຄຳ​ໝັ້ນ​ສັນຍາ​ລວມຂອງ​ພາກ​ພື້ນ, ​ເຊັ່ນ: ຖະ​ແຫຼ​ງການ​ປະພຶດ​ຂອງ​​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ-DOC, ຫຼັກການ 6 ຂໍ້​ຂອງ​ອາ​ຊຽນ, ກໍ່​ຄື​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະມວນ​ຫຼັກການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ຢູ່​ທະ​ເລ​ຕາ​ເວັນ​ອອກ -COC ລະຫວ່າງ​ຈີນ ​ແລະ ອາ​ຊຽນ“.

ພາຍຫຼັງ​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ກັບ​ນັກ​ສະໜອງ​ອຸປະກອນ​ໃຫ້​ຂໍ້​ລິ​ເລີ່​ມ​ໂທລະສັບ​ສາຍ​ດ່ວນ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ​ອາ​ຊຽນ ​ແລະ ທ່ານ​ເລຂາ​ອາ​ຊຽນ ​ເລ​ເລືອ​ງມິ​ງ.

ຂ່າວ/ບົດ​ອື່ນ