ADSOM + 2019: ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ກັບ ບັນ​ດາ​ຄູ່​ຮ່ວມ​ມື​ໄດ້​ຮັບ​ການເສີມ​ຂະ​ຫຍາຍ​ຢ່າງມ​ີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

(VOVWORLD) - ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກ້ວາງ (ADSOM +) ປີ 2019 ໄດ້ດຳເນີນໃນວັນທີ 4 ເມສາ ຢູ່ ແຂວງ ເພັດສະບຸລີ, ລາຊະອານາຈັກ ໄທ
ADSOM + 2019: ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ກັບ ບັນ​ດາ​ຄູ່​ຮ່ວມ​ມື​ໄດ້​ຮັບ​ການເສີມ​ຂະ​ຫຍາຍ​ຢ່າງມ​ີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ - ảnh 1ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກ້ວາງ (ADSOM +) ປີ 2019 

  ທ່ານ ພົນໂທ ຫງວຽນຈິ໊ວິ້ງ, ກຳມະການສູນກາງພັກ, ກຳມະການປະຈຳ ຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ ແລະ  8 ປະເທດຄູ່ຮ່ວມມືລວມມີ: ອົດສະຕາລີ, ຈີນ, ອີນເດຍ, ຍີປຸ່ນ, ສ.ເກົາຫຼີ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ ໄດ້ພິຈາລະນາບົດລາຍງານຂອງກຸ່ມປະຕິບັດງານ ADSOM+, ບົດລາຍງານຂອງຄະນະເລຂາທິການ ອາຊຽນ ກ່ຽວກັບການພັດທະນາຂອງ ອາຊຽນ ໃນໄລຍະທີ່ຜ່ານມາ, ບັນດາເນື້ອໃນຈະ ຍື່ນສະເໜີ ຕໍ່ກອງປະຊຸມລັດຖະມົນຕີປ້ອງກັນຊາດບັນດາປະເທດ ອາຊຽນ ເປີດກ້ວາງ ຫຼື ເອີ້ນຫຍໍ້ວ່າ  ADMM+, ເຊິ່ງຈະໄດ້ດຳເນີນໃນທ້າຍປີນີ້ຢູ່ໄທ…

ທີ່ ADSOM+ 2019, ທ່ານພົນໂທ ຫງວຽນຈິ໊ວິ້ງ ໄດ້ແບ່ງປັນກ່ຽວກັບແຜນການຈັດຕັ້ງ ADMM+ ໃນປີ 2020 ຢູ່ ຮ່າໂນ້ຍວ່າ, ນີ້ແມ່ນໂອກາດພິເສດໃນການສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງ ແລະ ບັນລຸໄດ້ບັນດາກ້າວໜ້າທີ່ສຳຄັນ ຂອງ ADMM+. ທ່ານ ພົນໂທ ຫງວຽນຈິ໊ວິ້ງ ເນັ້ນໜັ້ກວ່າ ຫວຽດນາມ ຢາກໃຫ້ບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ທາງການຂອງ ADMM+ ພ້ອມກັນແລກປ່ຽນ ແລະ ປຶກສາຫາລືນຳກັນໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ