AEM-54 ຮັບຮອງເອົາແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024

(VOVWORLD) - ກອງປະຊຸມໄດ້ຮັບຮອງເອົາແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024 ແລະ ມອບໃຫ້ບັນດາຫົວໜ້າ SEOM CLMV ຕັ້ງໜ້າປະສານງານ, ລວບລວມສະເໜີໂຄງການຮ່ວມມືຂອງບັນດາກະຊວງ...
AEM-54 ຮັບຮອງເອົາແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024 - ảnh 1ຜູ້ແທນບັນດາຝ່າຍເຂົ້າຮ່ວມກອງປະຊຸມ (ພາບ:cand.com.vn)

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 54 (AEM-54) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຈັດຂຶ້ນຢູ່ແຂວງ ຊຽມຣຽບ (ລາຊະອານາຈັກ ກຳປູເຈຍ), ວັນທີ 16 ກັນຍາ, ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 14 (CLMV-EMM 14) ໄດ້ຈັດຂຶ້ນ. ລັດຖະມົນຕີ, ຫົວໜ້າຄະນະບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ຜູ້ຕາງໜ້າຄະນະເລຂາ ອາຊຽນ ເຂົ້າຮ່ວມກອງປະຊຸມ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ.

ກອງປະຊຸມໄດ້ຮັບຮອງເອົາແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024 ແລະ ມອບໃຫ້ບັນດາຫົວໜ້າ SEOM CLMV ຕັ້ງໜ້າປະສານງານ, ລວບລວມສະເໜີໂຄງການຮ່ວມມືຂອງບັນດາກະຊວງ, ຂະແໜງການ, ອົງການກ່ຽວຂ້ອງຂອງປະເທດຕົນ, ຝາກໃຫ້ຄະນະເລຂາ ອາຊຽນ ເພື່ອນຳເຂົ້າແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024.

ສິ້ນສຸດກອງປະຊຸມ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈບັນດາປະເທດ: ກຳປູເຈຍ, ລາວ ແລະ ມຽນມາ, ຄະນະເລຂາ ອາຊຽນ ໄດ້ຕັ້ງໜ້າສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ, ຊ່ວຍໃຫ້ ຫວຽດນາມ ປະຕິບັດສຳເລັດບົດບາດເປັນປະທານກົນໄກຮ່ວມມືເສດຖະກິດ CLMV ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ