AFC Asian Cup 2023: ສື່ມວນ​ຊົນ ອາ​ຊີ ຍ້ອງ​ຍໍ​ຊົມ​ເຊີຍ​ທິມ​ບານ​ເຕະ ຫວຽດ​ນາມ ພາຍຫຼັງ​ການ​ແຂ່ງ​ຂັນນັດ​ທຳ​ອິດ

(VOVWORLD) -  ເຖິງວ່າເສຍໄຊກໍຕາມ, ແຕ່ ຫວຽດນາມ ຍັງສະແດງໃຫ້ເຫັນກຳລັງແຮງຂອງຕົນເມື່ອຍິງປະຕູໄດ້ 2 ລູກເຂົ້າປະຕູຂອງທິມ ຍີ່ປຸ່ນ, ເຊິ່ງເປັນທິມມີອັນດັບ FIFA ສູງສຸດໃນອາຊີ.
AFC Asian Cup 2023: ສື່ມວນ​ຊົນ ອາ​ຊີ ຍ້ອງ​ຍໍ​ຊົມ​ເຊີຍ​ທິມ​ບານ​ເຕະ ຫວຽດ​ນາມ ພາຍຫຼັງ​ການ​ແຂ່ງ​ຂັນນັດ​ທຳ​ອິດ - ảnh 1ນັກກິລາບານເຕະ ຫວຽດນາມ ແຂ່ງຂັນກັບນັກເຕະບານ ຍີ່ປ່ນຸ  (ພາບ: TTXVN)

ທິມບານເຕະແຫ່ງຊາດ ຫວຽດນາມ ໄດ້ສະແດງລີລາການເຕະທີ່ແນ່ນອນ, ກ້າຫານໃນການແຂ່ງຂັນນັດທຳອິດ ໃນວັນທີ 14 ມັງກອນ, ຢູ່ ກາຕາ, ໃນຂອບເຂດການແຂ່ງຂັນຊີງແຊ້ມບານເຕະອາຊີ (AFC Asian Cup). ເຖິງແມ່ນວ່າ ບໍ່ສາມາດເອົາຊະນະຕໍ່ທິມບານເຕະແຫ່ງຊາດ ຍີ່ປຸ່ນ ດ້ວຍຄະແນນ 2 ປະຕູຕໍ່ 4 ກໍຕາມ, ແຕ່ທິມບານເຕະ ຫວຽດນາມ ຍັງເປັນທິມທີ່ໜ້າມີຄວາມປະທັບໃຈສຳລັບວົງການນັກວິຊາການ ແລະ ແຟນບານ.

        ໜັງສືພິມ Osen ຂອງ ສ.ເກົາຫຼີ ມີບົດຂຽນວ່າ ເຖິງວ່າເສຍໄຊກໍຕາມ, ແຕ່ ຫວຽດນາມ ຍັງສະແດງໃຫ້ເຫັນກຳລັງແຮງຂອງຕົນເມື່ອຍິງປະຕູໄດ້ 2 ລູກເຂົ້າປະຕູຂອງທິມ ຍີ່ປຸ່ນ, ເຊິ່ງເປັນທິມມີອັນດັບ FIFA ສູງສຸດໃນອາຊີ.

        ໃນເວັບໄຊກິລາ ESPN Asia ຂຽນວ່າ ທິມບານເຕະ ຫວຽດນາມ ມີຄວາມກ້າຫານ, ເຮັດໃຫ້ຄູ່ແຂ່ງທີ່ແຂງແກ່ນກວ່າກໍຕ້ອງພະຍາຍາມເພື່ອເພີ່ມຄະແນນຂອງຕົນ.

        ໃນຂະນະນັ້ນ, ໜັງສືພິມ Siam Sport ຂອງ ໄທ ໄດ້ເຮັດໃຫ້ແຟນບານ ໄທ ມີຄວາມປຶ້ມໃຈຕໍ່ນ້ຳໃຈແຂ່ງຂັນຂອງ ຫວຽດນາມ ຕໍ່ກັບທິມຊາດ ຍີ່ປຸ່ນ. ນັດແຂ່ງຂັນດັ່ງກ່າວ ມີຄວາມຈັບອົກຈັບໃຈເໜືອການຄາດຄິດ. ເຖິງວ່າເສຍໄຊດ້ວຍ 2 ປະຕູຕໍ່ 4 ແຕ່ນ້ຳໃຈການແຂ່ງຂັນຂອງ ຫວຽດນາມ ກໍ່ແມ່ນແບບຢ່າງ. ບັນດານັກກິລາບານເຕະ ໄທ ຕ້ອງແຂ່ງຂັນຢ່າງສຸດໃຈກວ່າໃນ Asian Cup 2023.

      


ຕອບກັບ

ຂ່າວ/ບົດ​ອື່ນ