AFF Cup 2022: ຫວຽດ​ນາມ ແລະ ສິງ​ກະ​ໂປ​ ສະ​ເໝີ​ກັນ 0 – 0

(VOVWORLD) -ພາຍຫຼັງການແຂ່ງຂັນມາເປັນ 3 ເທື່ອ, ທິມຊາດ ຫວຽດນາມ ພວມຢືນອັນດັບທີ 1 ຂອງສາຍ B, ຖັດມາ ແມ່ນ ສິງກະໂປ ແລະ ມາເລເຊຍ ຕາມລຳດັບ.
AFF Cup 2022: ຫວຽດ​ນາມ ແລະ ສິງ​ກະ​ໂປ​ ສະ​ເໝີ​ກັນ 0 – 0 - ảnh 1ຫວຽດນາມ ແຂ່ງຂັນກັບທິມຊາດສິງກະໂປ ຢູ່ ເທື່ອທີ 4 ໃນສາຍ B  (ພາບ: VOV)

ຕອນຄ່ຳວັນທີ 30 ທັນວາ ຢູ່ສິງກະໂປ, ທິມນັກກິລາບານເຕະແຫ່ງຊາດ ຫວຽດນາມ ໄດ້ແຂ່ງຂັນກັບທິມຊາດສິງກະໂປ ຢູ່ ເທື່ອທີ 4 ໃນສາຍ B ຂອງການແຂ່ງຂັນບານເຕະຊິງລາງວັນ ອາຊີຕາເວັນອອກສ່ຽງໃຕ້ ປີ 2022 - AFF Cup 2022 ດ້ວຍຄະແນນສະເໝີກັນ 0- 0.

ພາຍຫຼັງການແຂ່ງຂັນມາເປັນ 3 ເທື່ອ, ທິມຊາດ ຫວຽດນາມ ພວມຢືນອັນດັບທີ 1 ຂອງສາຍ B, ຖັດມາ ແມ່ນ ສິງກະໂປ ແລະ ມາເລເຊຍ ຕາມລຳດັບ.

ໃນການແຂ່ງຂັນເທື່ອສຸດທ້າຍ ເຊິ່ງຈະດຳເນີນໃນວັນທີ 1 ມັງກອນ 2023, ຫວຽດນາມ ຈະແຂ່ງຂັນກັບ ມຽນມາ ໃນສະໜາມກິລາ ໝີດິງ, ຮ່າໂນ້ຍ, ສ່ວນ ສິງກະໂປ ຈະເປັນທິມຢາມຂອງ ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ