AFF Suzuki Cup 2018: ສື່ມວນຊົນ ອາຊີ ຍ້ອງຍໍຊົມເຊີຍຜົນງານໄດ້ເຂົ້າຮອບຊີງຊະນະເລີດຂອງທິມບານເຕະຫວຽດນາມ

(VOVWORLD) -ສື່ມວນຊົນ ອາຊີ ໄດ້ຍ້ອງຍໍຊົມເຊີຍໄຊຊະນະຂອງທິມບານເຕະຫວຽດນາມ   ດ້ວຍປະຕູ 2 -1 ກັບທິມບານເຕະ ຟີລິບປິນ ໃນຮອບຮອງຊະນະເລີດ ໃນນັດແຂ່ງຂັນໃນບ້ານ

ຕອນຄໍ່າວັນທີ 06 ທັນວາ, ສື່ມວນຊົນ ອາຊີ ໄດ້ຍ້ອງຍໍຊົມເຊີຍໄຊຊະນະຂອງທິມບານເຕະຫວຽດນາມ   ດ້ວຍປະຕູ 2 -1 ກັບທິມບານເຕະ ຟີລິບປິນ ໃນຮອບຮອງຊະນະເລີດ ໃນນັດແຂ່ງຂັນໃນບ້ານ, ອັນໄດ້ຊ່ວຍໃຫ້ນັກເຕະຂອງຄູຝຶກ Park Hang Seo ໄດ້ເຂົ້າໃນຮອບຊີງຊະນະເລີດ AFF Suzuki Cup 2018.

        ໜັງສືພິມກິລາ Sports Seoul, Sport Talk Korea ຂອງສ.ເກົາຫຼີ ແລະ ສື່ສັງຄົມອອນລາຍ Foxsportasia  ລ້ວນແຕ່ໄດ້ໃຫ້ຂ່າວກ່ຽວກັບໄຊຊະນະຂອງທິມບານເຕະຫວຽດນາມ. ພາຍຫຼັງສິ້ນສຸດການແຂ່ງຂັນ, ສື່ສັງຄົມອອນລາຍ Foxsportasia ໄດ້ໃຫ້ຂ່າວວ່າ “ໄຊຊະນະຂອງຫວຽດນາມ ໄດ້ເຮັດໃຫ້ ຟີລິບປິນ ບໍ່ມີຄວາມຫວັງເຂົ້າໄປຮອບຊີງຊະນະເລີດ AFF Suzuki Cup 2018”.


ຕອບກັບ

ຂ່າວ/ບົດ​ອື່ນ