AFF Suzuki Cup: ສື່ມວນຊົນສາກົນເຄົາລົບນັບຖືກຳລັງແຮງຂອງທິມບານເຕະຊາຍແຫ່ງຊາດຫວຽດນາມ

(VOVWORLD) -ດ້ວຍໄຊຊະນະ ລວມແມ່ນ 3 ປະຕູ - 2 ໃນການແຂ່ງຂັນຊີງຊະນະເລີດ AFF Suzuki Cup 2018 ກັບ ທິມຊາດ ມາເລຊຍ ມາເປັນສອງຄັ້ງ, ທິມບານເຕະຊາຍແຫ່ງຊາດຫວຽດນາມ ໄດ້ຮັບຄວາມເຄົາລົບນັບຖືຈາກສື່ມວນຊົນສາກົນ ແລະ ພາກພື້ນ ອາຊີ. 
AFF Suzuki Cup: ສື່ມວນຊົນສາກົນເຄົາລົບນັບຖືກຳລັງແຮງຂອງທິມບານເຕະຊາຍແຫ່ງຊາດຫວຽດນາມ - ảnh 1 ນັກເຕະ ແອງດຶກ

ສຳນັກຂ່າວ AFP ຂອງຝລັ່ງ ແລະ ສຳນັກຂ່າວ Reuters ຂອງອັງກິດ ໄດ້ລົງຂ່າວດ້ວຍຫົວຂໍ້ວ່າ: ທິມຊາດຫວຽດນາມ ຍາດໄດ້ຊະນະເລີດໃນງານແຂ່ງຂັນ AFF Suzuki Cup 2018 ດ້ວຍລູກຍິງ volley ເຂົ້າປະຕູ ມາເລເຊຍ ຂອງນັກກິລາບານເຕະ ແອງດຶກ”. ສ່ວນສຳນັກຂ່າວ AP ຂອງ ອາເມລິກາ ໄດ້ພັນລະນາວ່າ ໄຊຊະນະຂອງທິມຊາດຫວຽດນາມ ແມ່ນສະແດງໃຫ້ເຫັນຄວາມກ້າວຫນ້າກະໂດດຂັ້ນຂອງພື້ນຖານບານເຕະຫວຽດນາມ ນັບແຕ່ເມື່ອຄູ່ຝຶກຊາວ ສເກົາຫລີ Park Hang seo ນຳພາທິມນີ້.

ໃນຫນ້າທຳອິດຂອງຫນັງສືພິມ Fox Sports  ໄດ້ລົງຫລາຍຂ່າວ ບົດກ່ຽວກັບໄຊຊະນະຂອງທິມຊາດຫວຽດນາມ ທີ່ AFF Suzuki Cup 2018.

ຫນັງສືພິມລາຍວັນ New Strait Times ຢັ້ງຢືນວ່າ: ທິມຊາດຫວຽດນາມ ໄດ້ເຮັດໃຫ້ທິມຊາດ ມາເຊເຊຍ ຖືກປະລາໄຊ ເພື່ອຍາດເອົາຊະນະເລີດ AFF  Cup 2018.

ຫນັງສືພິມຫລາຍສະບັບຢູ່ ສເກົາຫລີ ຊື່ງແມ່ນບ້ານເກີດເມືອງນອນຂອງຄູ່ຝຶກ Park Hang seo ຍ້ອງຍໍຜົນສຳເລັດຂອງທິມຊາດຫວຽດນາມ. ເມື່ອການແຂ່ງຂັນຊີງຊະນະເລີດລະຫວ່າງທິມຊາດຫວຽດນາມ ແລະ ທິມຊາດ ມາເລເຊຍ ຫາກໍ່ສິ້ນສຸດ, ຫນັງສືພິມ Chosun, Sports Khan, Sports Seoul ລ້ວນແຕ່ໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບໄຊຊະນະຂອງທິມຊາດຫວຽດນາມ ແລະ ຄູ່ຝຶກ ຊາວສເກົາຫລີ.

ຕອບກັບ

ຂ່າວ/ບົດ​ອື່ນ