AIPA -39 ບັນລຸຄວາມເປັນເອກະພາບສູງກ່ຽວກັບຫຼາຍຂົງເຂດ

(VOVWORLD) -ຕອນເຊົ້າວັນທີ 6 ກັນຍາ, ທີ່ ສິງກະໂປ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ບັນດາປະເທດ ອາຊຽນ ຄັ້ງທີ 39 (AIPA -39) ໄດ້ປິດລົງ ຫຼັງຈາກເຮັດວຽກມາເປັນເວລາ 4 ວັນ ດ້ວຍການເຂົ້າຮ່ວມຂອງຄະນະຜູ້ແທນຈາກບັນດາປະເທດສະມາຊິກ, ປະເທດສັງເກດການ, ແລະ ຄະນະເລຂາ ອາຊຽນ. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານ ໂດ໋ບ໋າຕີ້ ຮອງປະທານສະພາແຫ່ງຊາດ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ.

AIPA -39 ບັນລຸຄວາມເປັນເອກະພາບສູງກ່ຽວກັບຫຼາຍຂົງເຂດ - ảnh 1 ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ບັນດາປະເທດ ອາຊຽນ ຄັ້ງທີ 39

(ພາບ: Vinh Xuan/TTXVN)

ທີ່ພິທີປິດ, ສະມັດຊາໃຫຍ່ ໄດ້ຜ່ານບົດລາຍງານຂອງບັນດາຄະນະກຳມາທິການດ້ານການເມືອງ, ເສດຖະກິດ, ຈັດຕັ້ງ, ບັນດາບັນຫາສັງຄົມ ແລະ ແມ່ຍິງ; ອອກຖະແຫຼງການຮ່ວມ AIPA -39 ແລະ ຈັດຕັ້ງພິທີມອບ-ຮັບຕຳແໜ່ງປະທານ AIPA -40 ໃຫ້ແກ່ປະເທດໄທ.

AIPA -39 ບັນລຸໄດ້ຄວາມເປັນເອກະພາບສູງກ່ຽວກັບບາງຂົງເຂດຢ່າງລະອຽດຄື: ຊຸກຍູ້ກໍ່ສ້າງລະບົບການຄ້າເອເລັກໂຕນິກ ແລະ ການຄ້າຜ່ານຊາຍແດນໃນພາກພື້ນ; ສົມທົບກັນໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຂອງບັນດາປະເທດ ອາຊຽນ ທີ່ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໃນໂລກ; ເສີມຂະຫຍາຍບົດບາດຂອງຕາໜ່າງນະຄອນອັດສະລິຍະ; ປະຕິບັດສິດສະເໝີພາບຍິງຊາຍ ແລະ ມອບສິດໃຫ້ແມ່ຍິງ ໃນການກຳແໜ້ນບັນດາໂອກາດທີ່ ການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້. AIPA -39 ກໍ່ຢັ້ງຢືນຄືນໃຫ້ເຖິງຄວາມສຳຄັນ ແລະ ບົດບາດເປັນກາງຂອງອາຊຽນ ໃນການຊັກຈູງ, ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຂ້າມຊາຍແດນ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງພາກພື້ນ ໂດຍອີງໃສ່ກົດໝາຍ ແລະ ຮັບປະກັນຄວາມໝັ້ນຄົງທາງທະເລ…

ກ່າວຄຳເຫັນທີ່ພິທີມອບ - ຮັບຕຳແໜ່ງປະທານ AIPA -40, ທ່ານ ພອນເພັດ ວິຈິດຈົນໃຈ ຮອງປະທານ ສະພານິຕິບັດຍັດ ໄທ ເນັ້ນໜັກ ໄທ ເນັ້ນໜັກວ່າ ໄທ ຈະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ເພື່ອສືບຕໍ່ຮັກສາທ່າສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປ່ຽນແປງໃໝ່ຂອງ ອາຊຽນ, ກໍ່ສ້າງອາຊຽນພັດທະນາຢ່າງໝັ້ນຄົງ ມຸ່ງໄປເຖິງປະຊາຊົນ ແລະ ຖືເອົາປະຊາຊົນເປັນໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ