AIPA ຈະ​ມ​າ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຂອງ​ໂຄງ​ປະ​ກອບ​​ພາກ​ພື້ນ

(VOVWORLD) - ຜູ້ແທນບັນດາລັດຖະສະພາໄດ້ຢັ້ງຢືນວ່າຈະສືບຕໍ່ສະໜັບສະໜູນ, ເພີ່ມທະວີກຳລັງຄວາມສາມາດຂອງ ອາຊຽນໃນການແກ້ໄຂບັນດາສິ່ງທ້າທາຍແບບເກົ່າ ແລະ ແບບໃໝ່, ຖືປະຊາຊົນເປັນໃຈກາງ, ພິເສດແມ່ນການຮັບມືກັບໂລກລະບາດ Covid – 19.
AIPA ຈະ​ມ​າ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຂອງ​ໂຄງ​ປະ​ກອບ​​ພາກ​ພື້ນ - ảnh 1ກອງປະຊຸມຂອງຄະນະກຳມາທິການເສດຖະກິດຢູ່ຈຸດເຊື່ອມຕໍ່ການຖ່າຍທອດສົດ ຮ່າໂນ້ຍ (ພາບ: qdnd.vn) 

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງ ຊາດ ອາຊຽນ ຄັ້ງທີ 41, ໃນວັນທີ 9 ກັນຍາ, ກອງປະຊຸມຂອງຄະນະກຳມາທິການການເມືອງໄດ້ຖືກດຳເນີນດ້ວຍຫົວຂໍ້ວ່າ “ການທູດລັດຖະສະພາເພື່ອສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງໃນອາຊຽນ” ດ້ວຍຮູບການທາງອອນລາຍພາຍໃຕ້ການເປັນປະທານຂອງທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມາທິການການເມືອງຂອງ AIPA.

        ສະຫຼຸບກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ:

        ບັນດາສະມາຊິກ ລັດຖະສະພາ AIPA ຈະພ້ອມກັນມານະພະຍາຍາມເພື່ອຊຸກຍູ້ການທູດລັດຖະສະພາ ແລະ ຊຸກຍູ້ການຮ່ວມມື, ຖືອາຊຽນເປັນໃຈກາງ. ສຳລັບບັນຫາທະເລຕາເວັນອອກ, ບັນດາສະມາຊິກລັດຖະສະພາ ໄດ້ເຫັນດີເຫັນພ້ອມຕໍ່ກັບເລື່ອງສືບຕໍ່ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຢູ່ ທະເລຕາເວັນອອກ (DOC)ໃຫ້ຄົບຖ້ວນ ແລະ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີປະສິດທິຜົນ, ສອດຄອງກັບກົດໝາຍສາກົນ, ສົນທິສັນຍາຂອງສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ຜູ້ແທນບັນດາລັດຖະສະພາໄດ້ຢັ້ງຢືນວ່າຈະສືບຕໍ່ສະໜັບສະໜູນ, ເພີ່ມທະວີກຳລັງຄວາມສາມາດຂອງ ອາຊຽນໃນການແກ້ໄຂບັນດາສິ່ງທ້າທາຍແບບເກົ່າ ແລະ ແບບໃໝ່, ຖືປະຊາຊົນເປັນໃຈກາງ, ພິເສດແມ່ນການຮັບມືກັບໂລກລະບາດ Covid – 19.

AIPA ຈະ​ມ​າ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຂອງ​ໂຄງ​ປະ​ກອບ​​ພາກ​ພື້ນ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄະນະກຳມາທິການເສດຖະກິດ AIPA

ແລະໃນເຫດການທີ່ກ່ຽວຂ້ອງ, ທີ່ກອງປະຊຸມຂອງຄະນະກຳມາທິການເສດຖະກິດ AIPA, ທີ່ໄດ້ດຳເນີນໃນວັນທີ 9 ກັນຍາ, ດ້ວຍຫົວຂໍ້ວ່າ ບົດບາດຂອງລັດຖະສະພາໃນການຊຸກຍູ້ຄວາມຜູກພັນ ແລະ ຟື້ນຟູເສດຖະກິດອາຊຽນ ໄລຍະຫຼັງ ໂລກລະບາດ Covid – 19. ບັນດາຜູ້ແທນໄດ້ຖືວ່າ ໃນໄລຍະທີ່ຜ່ານມາ, ໂລກ ແລະ ພາກພື້ນ ໄດ້ເຫັນປະຈັກຕາການທຳລາຍທີ່ຮ້າຍແຮງຈາກໂລກລະບາດ Covid – 19 ເຊິ່ງບໍ່ພຽງແຕ່ເຮັດໃຫ້ຫຼາຍຄົນເສຍຊີວິດເທົ່ານັ້ນ ຫາກຍັງເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນນັບລ້ານຄົນຖືກປະສົບກັບຄວາມຫຍຸ້ງຍາກອີກດ້ວຍ. ຕ່າງໜ້າລັດຖະສະພາ ປະເທດ ບຣູໄນແບ່ງປັນວ່າ:

        ພວກຂ້າພະເຈົ້າໄດ້ສະໜັບສະໜູນບັນດາຄວາມມານະພະຍາຍາມທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງ AIPA ເພື່ອຮັກສາພື້ນຖານເສດຖະກິດໃນພາກພື້ນໃຫ້ມີສະຖຽນລະພາບ ບົນເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ບໍ່ມີປະເທດໃດສາມາດຜ່ານຜ່າໂລກລະບາດ ນີ້ໄດ້ດ້ວຍຕົນເອງ. ພວກເຮົາຕ້ອງມີຄວາມເປັນເຈົ້າການ ແລະ ຕັ້ງໜ້າ. AIPA ຕ້ອງຮ່ວມມືນຳກັນເພື່ອພ້ອມກັບບັນດາປະເທດອາຊຽນຮັກສາ ພື້ນຖານເສດຖະກິດພາກພື້ນໃຫ້ມີສະຖຽນລະພາບ.

        ສິ້ນສຸດວາລະປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງມະຕິຕົກລົງກ່ຽວກັບ “ບົດບາດຂອງລັດຖະສະພາໃນການຊຸກຍູ້ຄວາມຜູກພັນ ແລະ ຟື້ນຟູເສດຖະກິດ ອາຊຽນໄລຍະຫຼັງ Covid – 19”

ຕອບກັບ

ຂ່າວ/ບົດ​ອື່ນ