Al Houthi ບຸກໂຈມຕີທາງອາກາດໃສ່ກຳປັ່ນ ອາເມລິກາ; IDF ຍູ້ແຮງການບຸກໂຈມຕີໃສ່ເຂດ ກາຊາ

(VOVWORLD) - ການບຸກໂຈມຕີເພື່ອແນໃສ່ໂຕ້ຕອບເລື່ອງທະຫານປະສົມ ອາເມລິກາ - ອັງກິດ ໄດ້ບຸກໂຈມຕີທາງອາກາດໃສ່ເຂດດິນແດນ ເຢແມນ ໃນວັນທີ 11 – 12 ມັງກອນ
Al Houthi ບຸກໂຈມຕີທາງອາກາດໃສ່ກຳປັ່ນ ອາເມລິກາ; IDF ຍູ້ແຮງການບຸກໂຈມຕີໃສ່ເຂດ ກາຊາ - ảnh 1ຝູງກ່ຳປັ່ນຮົບຂອງທະຫານເຮືອ ອາເມລິກາ
(ພາບ: US NAVY)

        ວັນທີ 15 ມັງກອນ, ກຳລັງ Al Houthi ຢູ່ ເຢແມນ ໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄພແນໃສ່ກຳປັ່ນຂອງ ອາເມລິກາ ໃກ້ກັບທ່າກຳປັ່ນ Aden. ການບຸກໂຈມຕີເພື່ອແນໃສ່ໂຕ້ຕອບເລື່ອງທະຫານປະສົມ ອາເມລິກາ - ອັງກິດ ໄດ້ບຸກໂຈມຕີທາງອາກາດໃສ່ເຂດດິນແດນ ເຢແມນ ໃນວັນທີ 11 – 12 ມັງກອນ ທີ່ຜ່ານມາ. ກ່ອນນັ້ນ 2-3 ຊົ່ວໂມງ, ສູນກອງບັນຊາການຂອງ ອາເມລິກາ ຢູ່ເຂດຕາເວັນອອກກາງ ກໍ່ຢັ້ງຢືນວ່າ ມີກຳປັ່ນຂົນສົ່ງສິນຄ້າທີ່ໃສ່ທຸງຊາດໝູ່ເກາະ Sharshall ຖືກບຸກໂຈມຕີດ້ວຍລູກສອນໄຟຕ້ານກຳປັ່ນຢູ່ທາງທິດໃຕ້ທະເລແດງ. ເຫດບຸກໂຈມຕີເຮັດໃຫ້ກຳປັ່ນຖືກເປ່ເພ, ແຕ່ບໍ່ມີຜູ້ເສຍຊີວິດ ແລະ ບໍ່ສົ່ງຜົນສະທ້ອນເຖິງແຜນການເດີນທາງຂອງກຳປັ່ນ.

   ໃນຂະນະນັ້ນ, ກອງທັບ ອິດສະຣາແອັນ ສືບຕໍ່ເປີດບັນດາການບຸກໂຈມຕີດ້ວຍທະຫານເຮືອ, ກອງທັບອາກາດ, ກຳລັງປືນໃຫຍ່ ແລະ ທະຫານບົກໃສ່ຫຼາຍເປົ້າໝາຍທີ່ແຕກຕ່າງກັນຢູ່ທົ່ວເຂດ ກາຊາ. ແຈ້ງການໃນຕອນຄ່ຳວັນທີ 15 ມັງກອນ ຂອງອົງການສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ, ບັນດາເຫດບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ເຂດ ກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 150 ຄົນ ແລະ ຜູ້ຮັບບາດເຈັບ 300 ຄົນ, ສ່ວນຫຼາຍແມ່ນສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ