Al – Qaeda ຍອມຮັບໄດ້ບຸກໂຈມຕີຄຸກ 2 ແຫ່ງ ຢູ່ ອີຣັກ

Al – Qaeda ຍອມຮັບໄດ້ບຸກໂຈມຕີຄຸກ 2 ແຫ່ງ ຢູ່ ອີຣັກ - ảnh 1
ຄຸກ Abu Ghraib ຂອງ ອີຣັກ
(ພາບ: AFP)

(vovworld) – ວັນ​ທີ 23/7, ສາ​ຂາ​ໜຶ່ງ​ຂອງ​ອົງ​ການ​ກໍ່​ການ​ຮ້າຍ Al – Qaeda ​ໄດ້ຍອມຮັບວ່າໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ໃສ່​ຄຸກ​​ໃຫຍ່​ 2 ແຫ່ງຢູ່ ອີຣັກ, ພາ​ໄປ​ເຖິງ​ເລື່ອງ​ນັກ​ໂທດ​ນັບ​ຮ້ອຍ​ຄົ​ນຫຼົບໜີອອກ, ​ໃນ​ນັ້ນ​ມີບັນດາ​ຫົວໂປ່​ພວກ​ກະບົດ. Al – Qaeda  ຍັງ​ເວົ້າ​ວ່າ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ຂອງ​ບັ້ນ​ຮົບ​ປົດ​ປ່ອຍ​ບັນດາ​ນັກ​ໂທດ ​ແລະ ​ເພື່ອ​ເລັ່ງ​ໃສ່ບັນ​ດາ​ເຈົ້າ​ໜ້າ​ທີ່​ຍຸຕິທຳ ອີຣັກ.

    ບັນດາ​ການ​ບຸກ​ໂຈມ​ຕີ​​ເຂົ້າ​ຄຸກ 2 ​ແຫ່ງ​ຢູ່ Taji (ທາງ​ທິດ​ເໜືອ​ນະຄອນຫຼວງ ​ແບ​ດ​ແດກ) ​ແລະ Abu Ghraib (ທາງ​ທິດ​ຕາ​ເວັນ​ຕົກ​ນະຄອນຫຼວງ) ​ເມື່ອ​ຕອນ​ຄຳ່​ວັນ​ທີ 21/7, ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ ມີເຈົ້າໜ້າທີ່ປ້ອງ​ກັນ​ຄວາມ​ສະຫງົບ 20 ຄົນ​ເສຍ​ຊີວິດ ​ແລະ 40 ຄົນ​ຮັບ​ບາດ​ເຈັບ. ຕາມ​ໂຄສົກ​ກະຊວງ​ຍຸຕິ​ທຳ ອີຣັກ ​ແລ້ວ, ນັກ​ໂທດ 21 ຄົນ​ໄດ້​ເສຍ​ຊີວິດ ​ແລະ ອີກ 25 ຄົນ​ຮັບ​ບາດ​ເຈັບ​ຍ້ອນ​ສະພາບ​ສັບສົນ​ເກີດ​ຂຶ້ນ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ.

 

 

ຂ່າວ/ບົດ​ອື່ນ