AL ເຫັນດີນຳບັນຫາຊີຣີ ຂຶ້ນສະພາຄວາມໝັ້ນຄົງ ສະຫະປະຊາຊາດ

   ວັນ​ທີ 17/12, ສະຫະພັນ​ອາຣັບ ຫລື AL ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ບົນ​ຫລັກການ​ກ່ຽວ​ກັບ​ເລື່ອງ​ຈະ​ນຳ​ບັນຫາ​ຊີຣີ ຂຶ້ນ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ, ຖ້າ​ຫາກ​ວ່າ ອຳນາດ​ການ​ປົກຄອງ​ຊີຣີບໍ່​ຢຸດຕິ​ສະພາບ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ ​ແລະ​ບໍ່​ອະ​ນຸ​ຍາດ​ໃຫ້​ບັນດານ​ນັກ​ສັງ​ເກດ​ການ​ອາຣັບ​ເຂົ້າຕິດຕາມ​ກວດກາ​ສະພາບ​ການ​ປະ​ເທດ​ນີ້ ຕາມ​ແຜນການ​ສັນຕິພາບ ​ໂດຍ AL ສະ​ເໜີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ​ໂດ​ຮາ ພາຍຫລັງ​ການ​ປະຊຸມ​ຂອງ​ຄະນະ​ກຳມະການ​ຂັ້ນລັດຖະມົນຕີ AL ຮັບຜິດຊອບ​ສະ​ເພາະ​ແຕ່​ບັນຫາ​ຊີຣີ, ທ່ານ Hamad bin Jassim al Thani ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ  ​ກາ​ຕາ ໃຫ້​ຮູ້​ວ່າ ຖ້າ​ຫາກ​ວ່າ ​ວິ​ກິດ​ການ​ຢູ່​ຊີຣີບໍ່​ໄດ້ຮັບການ​ແກ້​ໄຂ​ໃນ​ຮອບ​ເວລາ 2 ອາທິດ​ທີ່​ຈະ​ມາ​ເຖິງ, ສະພາບ​ການ​ຈະ​​ເກີນ​ສິດ​ຄວບ​ຄຸມ​ຂອງ​ບັນດາ​ປະ​ເທດ​ອາຣັບ.
ຂ່າວ/ບົດ​ອື່ນ