Albania ຕັດການພົວພັນທາງການທູດກັບ ອີຣານ

(VOVWORLD) - ເຕເຮຣານ ປະຕິບັດການບຸກໂຈມຕີທາງເຄືອຂ່າຍ ອິນເຕີເນັດ ເລັ່ງໃສ່ເວັບໄຊຂອງລັດຖະບານ Albania ໃນວັນທີ 15 ກໍລະກົດ.

ວັນທີ 7 ກັນຍາ, ທ່ານ Edi Rama, ນາຍົກລັດຖະມົນຕີ Albania ໄດ້ປະກາດວ່າ: ປະເທດນີ້ໄດ້ຕົກລົງຕັດການພົວພັນທາງການທູດກັບ ອີຣານ ພາຍຫຼັງທີ່ເຈົ້າໜ້າທີ່ປະເທດ ເອີລົບ ຕາເວັນອອກສ່ຽງໃຕ້ ນີ້ຖືວ່າ: ເຕເຮຣານ ປະຕິບັດການບຸກໂຈມຕີທາງເຄືອຂ່າຍ ອິນເຕີເນັດ ເລັ່ງໃສ່ເວັບໄຊຂອງລັດຖະບານ Albania ໃນວັນທີ 15 ກໍລະກົດ. ທ່ານນາຍົກລັດຖະມົນຕີ Rama ກໍ່ຮຽກຮ້ອງໃຫ້ບັນດາພະນັກງານການທູດຢູ່ສະຖານທູດ ອີຣານ ຕ້ອງເດີນທາງອອກຈາກ Albania ພາຍໃນເວລາ 24 ຊົ່ວໂມງ.

        ນາຍົກລັດຖະມົນຕີ Rama ໃຫ້ຮູ້ວ່າ: ສະພາລັດຖະມົນຕີ Albania ໄດ້ອອກຄຳຕັດສິນມີຜົນສັກສິດໃນທັນທີ ກ່ຽວກັບເລື່ອງຢຸດຕິການພົວພັນທາງການທູດກັບ ອີຣານ ແລະ ສົ່ງເອກະສານທາງການໃຫ້ແກ່ສະຖານທູດ ອີຣານ, ໃນນັ້ນ, ຮຽກຮ້ອງບັນດາພະນັກງານການທູດ, ພະນັກງານບໍລິຫານ - ເຕັກນິກ, ພະນັກງານປ້ອງກັນຄວາມສະຫງົບຕ້ອງຖອນຕົວອອກຈາກຜືນແຜ່ນດິນ Albania ພາຍໃນເວລາ 24 ຊົ່ວໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ