APEC 2017: ບັນດາຜູ້ແທນຊາວໜຸ່ມ ມາຮອດ ໂຫ້ຍອານ ເຂົ້າຮ່ວມເວທີປາໄສສຽງເວົ້າອະນາຄົດ APEC 2017

(VOVWORLD) -  ເວທີປາໄສລວມມີບັນດາການເຄື່ອນໄຫວຕົ້ນຕໍຄື: ພິທີໄຂເວທີປາໄສສຽງເວົ້າອະນາຄົດ APEC 2017; ກອງປະຊຸມສຳມະນາຊາວໜຸ່ມ APEC; 
APEC 2017: ບັນດາຜູ້ແທນຊາວໜຸ່ມ ມາຮອດ ໂຫ້ຍອານ ເຂົ້າຮ່ວມເວທີປາໄສສຽງເວົ້າອະນາຄົດ APEC 2017 - ảnh 1 ພາບປະກອບ

ແຕ່ວັນທີ 5 -11 ພະຈິກ, ເວທີປາໄສສຽງເວົ້າອະນາຄົດ APEC 2017 (VOF 2017) ໄດ້ຮັບການຈັດຕັ້ງຢູ່ ດ່ານັ້ງ ແລະ ກວາງນາມ ມີຫົວຂໍ້ວ່າ “ສ້າງກຳລັງໜູນໃຫມ່, ພ້ອມກັນເພີ່ມພຸນຄຸນສ້າງອະນາຄົດລວມ”. ໃນວັນທີ 5 ພະຈິກ, ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ ໄດ້ມາຮອດສະໜາມບິນ ດ່ານັ້ງ ແລະ ເດີນທາງໄປ ໂຫ້ຍອານ (ແຂວງ ກວາງນາມ). ເວທີປາໄສລວມມີບັນດາການເຄື່ອນໄຫວຕົ້ນຕໍຄື: ພິທີໄຂເວທີປາໄສສຽງເວົ້າອະນາຄົດ APEC 2017; ກອງປະຊຸມສຳມະນາຊາວໜຸ່ມ APEC; ການເຄື່ອນໄຫວຢູ່ເຂດຊຸມຊົນ ແລະ ທ່ອງທ່ຽວ; ເຂົ້າຮ່ວມບາງການເຄື່ອນໄຫວຂອງກອງປະຊຸມສຸດຍອດວິສາຫະກິດ APEC 2017. ບັນດາເນື້ອໃນຂອງ ເວທີປາໄສສຽງເວົ້າອະນາຄົດ APEC 2017 ໄດ້ສຸມໃສ່ເຂົ້າ 2 ບຸລິມະສິດ: ຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ; ຊາວໜຸ່ມປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງກຳລັງໜູນໃໝ່, ພ້ອມກັນສ້າງອະນາຄົດໃນພາກພື້ນ ອາຊີ - ປາຊີຟິກ. ຄາດວ່າ, ເວທີປາໄສຈະຮັບຮອງເອົາຖະແຫຼງການຊາວໜຸ່ມ APEC.

ຕອບກັບ

ຂ່າວ/ບົດ​ອື່ນ