APEC 2017: ສື່ມວນຊົນ ອາຣັບ ຕີລາຄາສູງບົດບາດເປັນເຈົ້າພາບຂອງ ຫວຽດນາມ

(VOVWORLD) -  ບັນດາໜັງສືພິມຕ່າງກໍ່ເຊີດຊູບົດບາດຂອງ ຫວຽດນາມ ໃນຖານະເປັນເຈົ້າພາບ APEC ກໍ່ຄືບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ
APEC 2017: ສື່ມວນຊົນ ອາຣັບ ຕີລາຄາສູງບົດບາດເປັນເຈົ້າພາບຂອງ ຫວຽດນາມ  - ảnh 1 ກອງປະຊຸມສຸດຍອດ APEC 2017

ຫາງສຽງສາກົນ ໃນຊຸມວັນນີ້ຍັງສືບຕໍ່ຕີລາຄາສູງກ່ຽວກັບກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ດານັງ, ຫວຽດນາມ. ບັນດາໜັງສືພິມລາຍໃຫຍ່ທີ່ພິມເປັນພາສາອັງກິດ (Kuwait Times, Arab Times, The Times Kuwait) ແລະ ພາສາອາຣັບ (Arab, Aljarida Alanbaa Ah) ຕ່າງກໍ່ມີບົດຂຽນກ່ຽວກັບກອງປະຊຸມສຸດຍອດ APEC, ໃນນັ້ນພິເສດແມ່ນໄດ້ມີບົດຂ່າວຕີລາຄາສູງບົດບາດເປັນເຈົ້າພາບຂອງ ຫວຽດນາມ.

        ບັນດາໜັງສືພິມຕ່າງກໍ່ເຊີດຊູບົດບາດຂອງ ຫວຽດນາມ ໃນຖານະເປັນເຈົ້າພາບ APEC ກໍ່ຄືບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ເຊິ່ງຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບເຕີບໂຕໄວໃນພາກພື້ນ, ບັນດາຂະແໜງສົ່ງອອກນັບມື້ນັບພັດທະນາ. ຫາງສຽງສື່ມວນຊົນ ແລະ ທູຕານຸທູດ ປະຈຳ Kuwait ໄດ້ຕີລາຄາສູງກ່ຽວກັບກອງປະຊຸມສຸດຍອດ APEC 2017, ບົດບາດເປັນເຈົ້າພາບຂອງ ຫວຽດນາມ ແລະ ຜົນສຳເລັດຂອງການທູດ ຫວຽດນາມ.

        ດ້ວຍຫົວເລື່ອງ “ຂອບຟ້າໃໝ່ສຳລັບການຄ້າ ອາຊີ - ປາຊີຟິກ”, ໜັງສືພິມ New Straits Times ຂອງສິງກະໂປ ຕີລາຄາວ່າ ກອງປະຊຸມໄດ້ນຳມາຊຶ່ງຄວາມປະເອີບໃຈໃຫ້ບັນດາພື້ນຖານເສດຖະກິດພາກພື້ນກ່ອນຈຸດເວລາປີໃໝ່ ຄ.ສ 2018. ບັນດາການນຳໄດ້ປະຕິບັດບັນດາບາດກ້າວສຳຄັນເພື່ອຮ່ວມສຳພັນບັນດາແນວຄວາມຄິດ ແນໃສ່ສ້າງເງື່ອນໄຂສະດວກໃຫ້ການຄ້າລະຫວ່າງບັນດາພື້ນຖານເສດຖະກິດ APEC ດ້ວຍເປົ້າໝາຍລວມແມ່ນຊຸກຍູ້ການເຕີບໂຕ ແລະ ສ້າງວຽກເຮັດງານທຳ

ຕອບກັບ

ຂ່າວ/ບົດ​ອື່ນ