APEC 2017: ສື່ມວນຊົນສາກົນ ສືບຕໍ່ຍ້ອງຍໍຊົມເຊີຍຜົນສຳເລັດດ້ານການທູດຂອງ ຫວຽດນາມ

(VOVWORLD) - ເຖິງວ່າສັບປະດາຂັ້ນສູງ APEC 2017 ໄດ້ສິ້ນສຸດລົງແລ້ວກໍ່ຕາມ, ແຕ່ວົງການສື່ມວນຊົນ ແລະ ບັນດານັກຮຽນຮູ້ສາກົນ ຍັງຄົງສືບຕໍ່ມີບັນດາບົດຂຽນ ຕີລາຄາວຽກງານການຈັດຕັ້ງ, ກໍ່ຄືບົດບາດ ແລະ ທີ່ຕັ້ງຂອງປະເທດເຈົ້າພາບ ຫວຽດນາມ.
APEC 2017: ສື່ມວນຊົນສາກົນ ສືບຕໍ່ຍ້ອງຍໍຊົມເຊີຍຜົນສຳເລັດດ້ານການທູດຂອງ ຫວຽດນາມ - ảnh 1ກອງປະຊຸມ ຂັ້ນສູງ APEC 2017 (ພາບ: TTXVN)

ວາລະສານ The Diplomat ກໍ່ຄັດສະເໜີບົດຂຽນ ສັງເກດ ຫວຽດນາມ ອີກເທື່ອໜຶ່ງໄດ້ພິສູດໃຫ້ເຫັນທັກສະການທູດ ເມື່ອສ້າງການພົວພັນຢ່າງດຸ່ນດ່ຽງກັນ 2 ປະເທດມະຫາອຳນາດແມ່ນ ຈີນ ແລະ ອາເມລິກາ ເພື່ອຮັບປະກັນຜົນປະໂຫຍດແຫ່ງຊາດ.

        ໃນຂະນະນັ້ນ, ໜັງສືພິມ Newa Strait Times ຂອງ ສິງກະໂປ ວັນທີ 16 ພະຈິກ ໄດ້ອັບເດດບົດຂຽນກ່ຽວກັບພາລະກິດປ່ຽນແປງໃໝ່ຂອງ ຫວຽດນາມ ຂອງທ່ານລັດຖະມົນຕີການຄ້າສາກົນ ແລະ ອຸດສາຫະກຳ ມາເລເຊຍ Mustapa Mohammed ໃນນັ້ນ ໄດ້ເນັ້ນໜັກເຖິງຫລາຍປະເທດອື່ນໆ ໃນນັ້ນ ມີ ມາເລເຊຍ ສາມາດຖອດຖອນບົດຮຽນຈາກ ຫວຽດນາມ ປະເທດເຈົ້າພາບກອງປະຊຸມສຸດຍອດ APEC 2017.

        ກ່ອນໜ້ານັ້ນ, ວາລະສານ The Independent ຂອງ ອັງກິດ ກໍ່ມີບົດຂຽນຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການເຕີບໂຕກວມລວມຢູ່ພາກພື້ນ ເມື່ອ ຫວຽດນາມ ສະເໜີຫົວຂໍ້ ແລະ ບັນດາບຸລິມະສິດຂອງປີ APEC 2017.

ຕອບກັບ

ຂ່າວ/ບົດ​ອື່ນ