APEC 2017: ສາກົນມຸ່ງໄປເຖິງ ຫວຽດນາມ

(VOVWORLD) - ສຳລັບ ຫວຽດນາມ, ເລືຶ່ອງເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ 2017 (APEC-2017) 
APEC 2017: ສາກົນມຸ່ງໄປເຖິງ ຫວຽດນາມ - ảnh 1 (ພາບປະກອບ)

ບໍ່ພຽງແຕ່ແມ່ນກຽດອັນສະຫງ່າເທົ່ານັ້ນຫາກຍັງແມ່ນໜ້າທີ່ຮັບຜິດຊອບເພື່ອພິສູດໃຫ້ເຫັນທີ່ຕັ້ງບົດບາດທີ່ເໝາະສົມຂອງ ຫວຽດນາມ ລະຫວ່າງບັນດາພື້ນຖານເສດຖະກິດນຳໜ້າໂລກໃນປະຈຸບັນອີກດ້ວຍ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ Grigory Trofimchuk, ຮອງປະທານສະພານັກຊ່ຽວຊານຂອງກອງທຶນໜູນຊ່ວຍການຄົ້ນຄວ້າວິທະຍາສາດ “ແນວຄວາມຄິດ ອາຊີ - ເອີຣົບ” ທີ່ຍົກອອກມາໃນບົດຂຽນທີ່ມີຫົວຂໍ້ວ່າ: “APEC - 2017: ມຸ່ງໄປເຖິງ ຫວຽດນາມ” ໄດ້ລົງໜ້າເວັບຂອງສຳນັກຂ່າວສານ Rex (ລັດເຊຍ) ວັນທີ 21 ກັນຍາ. ບົດຂຽນຖືວ່າຊາວລັດເຊຍນັບມື້ນັບເອົາໃຈໃສ່ເຖິງ ຫວຽດນາມ, ບໍ່ພຽງໃນຖານະເປັນສະຖານທີ່ທ່ອງທ່ຽວອັນສວຍສົດງົດງາມເທົ່ານັ້ນ. ຫາກສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດ APEC – 2017 ຢູ່ດານັ້ງ, ພັດແມ່ນນະຄອນທີ່ມີຊື່ສຽງອັນດັບທີ 3 ຢູ່ຫວຽດນາມ ຖັດຈາກ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ອີກດ້ວຍ. ພ້ອມກັບ APEC – 2017, ດ່ານັງ ພວມກາຍເປັນເຄື່ອງໝາຍຂອງທົ່ວໂລກຢ່າງໄວວາ.

ຕາມ ທ່ານ Trofimchuk ແລ້ວ, ຫວຽດນາມ ສົມເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC – 2017. ສຳລັບ ຫວຽດນາມ, ນີ້ບໍ່ພຽງແຕ່ແມ່ນກຽດອັນໃຫຍ່ຫຼວງເທົ່ານັ້ນແຕ່ຍັງແມ່ນໜ້າທີ່ຮັບຜິດຊອບອັນໃຫຍ່ຫຼວງ ເພື່ອພິສູດໃຫ້ເຫັນໄດ້ທີ່ຕັ້ງອັນເໝາະສົມຂອງຕົນລະຫວ່າງບັນດາພື້ນຖານເສດຖະກິດທີ່ນຳໜ້າໂລກໃນປະຈຸບັນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ