APEC 2017: ໜັງສືພິມສິງກະໂປຕີລາຄາສູງພາລະກິດແຫ່ງການປ່ຽນແປ່ງໃໝ່ຂອງຫວຽດນາມ

(VOVWORLD) - ຕີລາຄາສູງຜົນສຳເລັດຂອງສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2017 ຢູ່ດ່ານັ້ງ, ຫວຽດນາມ ໄລຍະຜ່ານມາ, ພ້ອມທັງ, ສື່ມວນຊົນພາກພື້ນກໍ່ໄດ້ຕີລາຄາສູງການພັດທະນາຢ່າງວ່ອງໄວ, ກໍຄືບັນດາຜົນງານໃຫຍ່ຫຼວງຂອງພາລະກິດແຫ່ງການປ່ຽນແປ່ງໃໝ່ຢູ່ຫວຽດນາມ.
APEC 2017: ໜັງສືພິມສິງກະໂປຕີລາຄາສູງພາລະກິດແຫ່ງການປ່ຽນແປ່ງໃໝ່ຂອງຫວຽດນາມ - ảnh 1 (ພາບປະກອບ: TTXVN)

ໜັງສືພິມສັງລວມຕອນເຊົ້າ ຂອງສິງກະໂປ ສະບັບອອກວັນທີ 21 ພະຈິກ ເນັ້ນໜັກວ່າ, ໃນໄລຍະຜ່ານມາ ລະດັບເຕີບໂຕດ້ານເສດຖະກິດຂອງຫວຽດນາມ ລ້ວນແຕ່ບັນລຸກວ່າ 7%, ຖືກຈັດເຂົ້າບັນຊີລາຍຊື່ບັນດາປະເທດແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

        ຕາມຜູ້ຂຽນບົດນີ້, ດ້ວຍເລື່ອງຈັດຕັ້ງສັບປະດາຂັ້ນສູງ APEC 2017 ສຳເລັດ ຢູ່ດ່ານັ້ງ, ຫວຽດນາມ ໄດ້ໂຄສະນາເຖິງເພື່ອນມິດສາກົນກ່ຽວກັບພາບພົດຂອງນະຄອນດ່ານັ້ງ ທີ່ຂະຫຍັນຂັນເຄື່ອນ ແລະ ພັດທະນາ ແລະ ນີ້ກໍ່ແມ່ນພາບພົດຂອງຫວຽດນາມ ຫຍໍ້ລົງ ພ້ອມກັບບັນດາຜົນງານທີ່ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປ່ງໃໝ່, ພິເສດແມ່ນໃນໄລຍະ 10 ປີມໍ່ໆມານີ້. ບົດຂຽນກໍ່ໄດ້ເນັ້ນໜັກເຖິງລະດັບເຕີບໂຕດ້ານເສດຖະກິດຢ່າງແຮງ ແລະ ບັນດາຜົນງານກ້າວໜ້າເຊິ່ງຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່ ແມ່ນຍ້ອນຜົນສຳເລັດຂອງວິວັດການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກາພິວັດຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ