APEC 2020: ການ​ນຳ​ບັນ​ດາ​ປະ​ເທດ​ຮຽກ​ຮ້ອງໃຫ້​ຫັນ​ເປັນການ​ຄ້​າ​ເປີດ ແລະ ຫຼາຍ​ຝ່າຍ

(VOVWORLD) -    ການນຳບັນດາພື້ນຖານເສດຖະກິດ ສະມາຊິກ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ  (APEC), ວັນທີ 19 ພະຈິກ ໄດ້ຮຽກຮ້ອງໃຫ້ຫັນເປັນການຄ້າເປີດ ແລະ ຫຼາຍຝ່າຍ ເພື່ອແນໃສ່ໜູນຊ່ວຍເສດຖະກິດທົ່ວໂລກ ເຊິ່ງພວມໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19.

ກ່າວຄຳເຫັນກ່ອນການດຳເນີນກອງປະຊຸມສຸດຍອດ APEC ຄັ້ງທີ 27 ໂດຍ ມາເລເຊຍ ເປັນເຈົ້າພາບຈັດຕັ້ງຕາມຮູບການທາງອອນລາຍ, ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 20 ພະຈິກ, ທ່ານປະທານປະເທດຈີນ ສີຈິ້ນຜິງ ຢັ້ງຢືນວ່າ ໂລກາພິວັດ ແມ່ນທ່າອ່ຽງ “ບໍ່ອາດຕ່າວປີ້ນໄດ້”. ຕາມທ່ານແລ້ວ, ເລື່ອງເພີ່ມລັດທິພຽງລຳພັງຝ່າຍດຽວ, ອາລັກຂາ  ກໍຄືບັນດາບາດກ້າວເດີນຕ້ານຄືນການຫັນໂລກາພິວັດດ້ານເສດຖະກິດ ໄດ້ເຮັດໃຫ້ເພີ່ມຄວາມສ່ຽງ ແລະ ສົ່ງຜົນສະທ້ອນເຖິງເສດຖະກິດໂລກ. ດັ່ງນັ້ນ, ປັກກິ່ງ ຈະຮັກສາການເປີດອົກເປິດໃຈ ແລະ ການຮ່ວມມື ກໍຄືສືບຕໍ່ຮັກສາຄຳໝັ້ນສັນຍາຕໍ່ລັດທິຫຼາຍຝ່າຍ ແລະ ຫຼັກການປຶກສາຫາລື.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ສະແດງຄວາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກອົງການການຄ້າໂລກ (WTO) ແລະ APEC ຕື່ມອີກ.

ສ່ວນທ່ານນາຍົກລັດຖະມົນຕີ ປະເທດ ເຈົ້າພາບ ມາເລເຊຍ  Muhyidin Yassin ໃຫ້ຮູ້ວ່າ ບັນດາພື້ນຖານເສດຖະກິດ APEC ພວມມານະພະຍາຍາມມຸ່ງໄປເຖິງວິໄສທັດ ຫຼັງ 2020, ພ້ອມທັງ ຢັ້ງຢືນເຖິງຄວາມຈຳເປັນຂອງການຄ້າເສລີ ແລະ ຫຼາຍຝ່າຍໃນການຟື້ນຟູເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ