APEC 2023: ກອງ​ປະ​ຊຸມການ​ນຳ​ບັນ​ດາ​​​ພື້ນ​ຖານເສດ​ຖະ​ກິດ APEC ເນັ້ນ​ໜັກ​ເຖິງ​ອະ​ນາ​ຄົດ​ແບບ​ຍືນ​ຍົງ

(VOVWORLD) -   ກອງປະຊຸມການນຳບັນດາພື້ນຖານເສດຖະກິດ ເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 30 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 17 ພະຈິກ ຕາມເວລາ ຫວຽດນາມ, ຢູ່ San Francisco  (ອາເມລິກາ).
APEC 2023: ກອງ​ປະ​ຊຸມການ​ນຳ​ບັນ​ດາ​​​ພື້ນ​ຖານເສດ​ຖະ​ກິດ APEC ເນັ້ນ​ໜັກ​ເຖິງ​ອະ​ນາ​ຄົດ​ແບບ​ຍືນ​ຍົງ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ບັນດາການນຳ APEC ໃນວາລະເຮັດວຽກ (ພາບ: TTXVN)

ກອງປະຊຸມດັ່ງກ່າວ ແມ່ນການເຄື່ອນໄຫວໃນ ສັບປະດາສຸດຍອດ  APEC 2023. ດ້ວຍຫົວຂໍ້ “ສ້າງອະນາຄົດທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຍືນຍົງໃຫ້ທຸກໆຄົນ”, ກອງປະຊຸມໄດ້ແນໃສ່ສ້າງຂົງເຂດ APEC ໃຫ້ມີລັກສະນະຮ່ວມສຳພັນ, ປ່ຽນແປງໃໝ່ ແລະ ກວມລວມກວ່າ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານາທິບໍດີ ອາເມລິກາ Joe Biden ເນັ້ນໜັກວ່າ: ໂລກ ພວມຢືນຢູ່ຕໍ່ໜ້າການປ່ຽນແປງຫຼາຍພໍສົມຄວນ, ດັ່ງນັ້ນ, ແຕ່ລະຂໍ້ຕົກລົງທີ່ພວກເຮົາວາງອອກ  ຈະຕັດສິນທິດທາງການພັດທະນາຕໍ່ໄປຂອງບໍ່ວ່າ ພຽງແຕ່ຂອງ 2 – 3  ປະເທດເທົ່ານັ້ນ, ຫາກຍັງແມ່ນຂອງທັງໂລກໃນ 2 – 3 ທົດສະວັດຈະມາເຖິງອີກດ້ວຍ.  ການນຳ ອາເມລິກາ ກໍເຕື້ອງເຖິງເລື່ອງ ບັນດາປະເທດ ຕ້ອງພະຍາຍາມຮ່ວມມືນຳກັນເພື່ອບັນລຸໄດ້ຄວາມກ້າວໜ້າຢ່າງແທ້ຈິງໃນວິວັດທະນາການຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານປະທານາທິບໍດີ Joe Biden ກໍຮຽກຮ້ອງໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ຕ້ອງມີການເຄື່ອນໄຫວຢ່າງແຮງ ເພື່ອຮັບມືກັບບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ