APEC ປີ 2023 ເປີດຫລາຍກາລະໂອກາດເພື່ອຊຸກຍູ້ການລົງທຶນໃຫ້ແກ່ ວິສາຫະກິດ ຫວຽດນາມແລະ ອາເມລິກາ

(VOVWORLD) -ການເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ -ປາຊີຟິກ (APEC) 2023 ແລະ ການເຄື່ອນໄຫວສອງຝ່າຍ ຢູ່ ອາເມລິກ່າ ຂອງທ່ານ ປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແຕ່ວັນທີ 14- 17 ພະຈິກ ຜ່ານມາ ໄດ້ສ້າງຂີດໝາຍສຳຄັນ, ເປີດຫລາຍກາລະໂອກາດເພື່ອຊຸກຍູ້ການລົງທຶນໃຫ້ແກ່ວິສາຫະກິດສອງປະເທດໃນໄລຍະຈະມາເຖິງ.
APEC ປີ 2023 ເປີດຫລາຍກາລະໂອກາດເພື່ອຊຸກຍູ້ການລົງທຶນໃຫ້ແກ່ ວິສາຫະກິດ ຫວຽດນາມແລະ ອາເມລິກາ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດວິສາຫະກິດ APEC. ພາບ: VOV

ນັ້ນແມ່ນຂໍ້ສັງເກດຂອງເຈົ້າຫນ້າທີ່ ແລະ ການນຳວິສາຫະກິດ ອາເມລິກາ ຫລາຍ ທ່ານ.         

ທ່ານ Ted Osius,  ອະດີດ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ປະທານສະພາທຸລະກິດ ອາເມລິກາ - ອາຊຽນ ໄດ້ຢັ້ງຢືນວ່າ: ບໍ່ມີຂອບເຂດກຳນົດໃນການພົວພັນ ຫວຽດນາມ - ອາເມລິກາ ແລະ ການຍົກລະດັບການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາການເຄື່ອນໄຫວຊຸກຍູ້ດ້ານການຄ້າ ແລະການລົງທຶນ.

ສ່ວນທ່ານ John Neuffer, ປະທານ ສະຫະສະມາຄົມອຸດສຫາກຳ ເຄິ່ງຊັກນຳໄຟຟ້າ ອາເມລິກາ (SIA) ຖືວ່າ: ບັນດາການນຳ ຫວຽດນາມ ພວມມີຄວາມສົນໃຈເຖິງຂົງເຂດເຕັກໂນໂລຊີສູງ ພິເສດແມ່ນອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

ໃນຂະນະນັ້ນ ທ່ານ Jitu Choudhury, ຮອງປະທານ ຜູ້ຮັບຜິດຊອບການຂາຍສິນຄ້າຂອງ ບໍລິສັດຫຸ້ນສ່ວນເຕັກໂນໂລຊີ VMO ໄດ້ຕີລາຄາສູງ ລັດຖະບານ ຫວຽດນາມ ສະຫນັບສະຫນູນຢ່າງແຮງສຳລັບບັນດາສູນຜະລິດປະດິດສ້າງ ແລະ ມີສູນບຳລຸງການ Startup ຫລາຍແຫ່ງໄດ້ສ້າງຂຶ້ນເພື່ອສົ່ງເສີມການຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ