APEC ສ​ື​ບ​ຕໍ່​ເປັນ​ເວ​ທີ​ປາ​ໄ​ສ​ແຖວ​ໜ້າ, ເປັ​ນ​ກົນ​ໄກ​ທີ່ສ​ຳ​ຄັ​ນ​ຢູ່​ພາ​ກ​ພື້​ນ​ ອາ​ຊ​ີ - ປ​າຊີຟິ​ກ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ ນິວຊິແລນ Jacinda Ardern, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 28 ໃນລະຫວ່າງວັນທີ 11 ຫາ 12 ພະຈິກ ປີ 2021 ແບບທາງໄກ.
APEC ສ​ື​ບ​ຕໍ່​ເປັນ​ເວ​ທີ​ປາ​ໄ​ສ​ແຖວ​ໜ້າ, ເປັ​ນ​ກົນ​ໄກ​ທີ່ສ​ຳ​ຄັ​ນ​ຢູ່​ພາ​ກ​ພື້​ນ​ ອາ​ຊ​ີ -     ປ​າຊີຟິ​ກ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ວິສາຫະກິດ APEC (ພາບ: TTXVN)

ໃນຂອບເຂດຂອງເຫດການ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມ ກອງປະຊຸມບັນດາການນຳ ເສດຖະກິດ ອາຊີ - ປາຊີຟິກ ຄັ້ງທີ 28 ແຕ່ວັນທີ 12 ພະຈິກ, ການໂອ້ລົມສົນທະນາລະຫວ່າງ ການນຳບັນດາພື້ນຖານເສດຖະກິດ APEC ແລະ ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC (ວັນທີ 11 ພະຈິກ) ແລະ ກ່າວຄຳເຫັນທີ່ໄດ້ອັດພາບໄວ້ກ່ອນທີ່ດຳເນິນໃນກອງປະຊຸມສຸດຍອດວິສາຫະກິດ APEC (11 ຫາ 12 ພະຈິກ 2021)

        ປີ 2021 ແມ່ນປີທຳອິດທີ່ ຫວຽດນາມ ຜັນຂະຫຍາຍ ແຜນການພັດທະນາເສດຖະກິດ - ສັງຄົມ 2021 – 2025, ຫັນໄປໄລຍະເຊື່ອມໂຍງກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ    ກວ້າງຂວາງ. ການເຂົ້າຮ່ວມສັບປະດາສຸດຍອດ APEC ຄັ້ງທີ 28 ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຈະປະກອບສ່ວນຍົກສູງຖານະບົດບາດທີ່ຕັ້ງຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຫຼາຍຝ່າຍເວົ້າລວມ ແລະ APEC ເວົ້າສະເພາະ, ເຮັດໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດ ແລະ ປະກອບສ່ວນເຂົ້າໃນວິວັດການສ້າງແຜນການຜັນຂະຫຍາຍວິໄສທັດ APEC ເຖິງປີ 2040 ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ