APEC: ສື່ມວນຊົນສາກົນ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ

(VOVWORLD) - ເນື່ອງໃນໂອກາດກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) 2017 ຈະຈັດຕັ້ງໃນວັນທີ 6 ພະຈິກ, ຢູ່ດ່ານັ້ງ, ໜັງສືພິມລາຍວັນ Rasmei Kampuchea (ກຳປູເຈຍ) ມີບົດຂຽນລົງວັນທີ 5 ພະຈິກ ດ້ວຍຫົວຂໍ້ວ່າ “ຫວຽດນາມ, ປະເທດເຈົ້າພາບຈັດຕັ້ງເວທີປາໄສ ຮ່ວມມືເສດຖະກິດ ອາຊີ - ປາຊີຟິກ”. 

ບົດໜັງສືພິມໄດ້ໄຈ້ແຍກເລິກກ່ຽວກັບ APEC, ກໍ່ຄືນະໂຍບາຍການຕ່າງປະເທດ, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ດ້ວຍບົດບາດເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC ຄັ້ງນີ້. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ: ໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ຮອດປີ 2020, ການຈັດຕັ້ງ APEC 2017 ແມ່ນເນື້ອໃນປະການໜຶ່ງໄດ້ຮັບບຸລິມະສິດ. ຕາມບົດຂຽນແລ້ວ, ພ້ອມກັບການກະກຽມແກ່ບັນດາຄຳໝັ້ນສັນຍາ ແລະ ຮັບຜິດຊອບໜ້າທີ່ໃນພາກພື້ນ ອາຊຽນ, ສະຫະປະຊາຊາດ ແລະ ອົງການການຄ້າໂລກ (WTO), ປີ APEC 2017 ຈະແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ວິວັດການຍົກລະດັບການພົວພັນການທູດຫຼາຍຝ່າຍ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງຂອງ ຫວຽດນາມ.

ໃນຊຸມວັນຜ່ານມາ, ສື່ມວນຊົນ ອັກຊັງຕິນ ກໍ່ໃຫ້ຂ່າວຕ່າງໆກ່ຽວກັບກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ໃກ້ຈະດຳເນີນຢູ່ ດ່າໜັງ ກໍ່ຄືບັນດາຜົນງານທາງດ້ານເສດຖະກິດ, ສັງຄົມທີ່ເປັນໜ້າຊື່ນຊົມ ຊຶ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີມໍ່ໆມານີ້. ດ້ວຍຫົວຂໍ້ວ່າ “ຫວຽດນາມ ແລະ ບັນດາພື້ນຖານເສດຖະກິດໃໝ່ຢູ່ ອາຊີ - ປາຊີຟິກ”, ເວັບໄຊ Acercandonaciones.com ໃຫ້ຂໍ້ສັງເກດວ່າ: ກອງປະຊຸມສຸດຍອດ APEC ຢູ່ ດ່າໜັງ ກໍ່ແມ່ນສິ່ງທ້າທາຍສຳລັບພື້ນຖານເສດຖະກິດຂອງປະເທດເຈົ້າພາບ ຫວຽດນາມ  ໃນວິວັດການປະຕິບັດການເປີດປະຕູການຄ້າ, ຊອກຫາວິທີແຊກຊຶມເຂົ້າຕະຫລາດໃຫຍ່ໃນໂລກຢ່າງແຮງ. ໃນຂະນະນັ້ນ, ສຳນັກຂ່າວສານ AsiaTV ໄດ້ເຕື້ອງເຖິງບັນດາໝາກຜົນດ້ານເສດຖະກິດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນ 9 ເດືອນຕົ້ນປີ 2017, ໃນສະພາວະທີ່ເສດຖະກິດໂລກ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫລາຍຢ່າງ. ຄາດຄະເນວ່າປີ 2017 ເສດຖະກິດຫວຽດນາມຈະບັນລຸລະດັບເຕີບໂຕ 6,7%. FDI ສືບຕໍ່ເພີ່ມຂຶ້ນ ແລະ ບັນລຸ 25,5 ຕື້ USD, ເພີ່ມຂຶ້ນ 34,3%.

ຕອບກັບ

ຂ່າວ/ບົດ​ອື່ນ