APEC2017:ສັບປະດາດ້ານສະບຽງອາຫານແລະ ການໂອ້ລົມສົນທະນານະໂຍບາຍຂັ້ນສູງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ

(VOVWORLD) -ວັນທີ 22 ສິງຫາ ປີ 2017, ບັນດາການປະຊຸມຂອງກຸ່ມປະຕິບັດງານ APEC ກ່ຽວກັບນະໂຍບາຍການຄ້ຳປະກັນດ້ານສະບຽງອາຫານ (PPFS) ແລະ ກຸ່ມປະຕິບັດງານມະຫາສະມຸດ ແລະ ອາຊີບຫາປາ(OFWG) ສືບຕໍ່ເຮັດວຽກ. 
APEC2017:ສັບປະດາດ້ານສະບຽງອາຫານແລະ ການໂອ້ລົມສົນທະນານະໂຍບາຍຂັ້ນສູງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ - ảnh 1 ພາບປະກອບ

ກຸ່ມປະຕິບັດງານ OFWG ສືບຕໍ່ຮັບຟັງການລາຍງານ, ປຶກສາຫາລືບັນດາເນື້ອໃນກ່ຽວກັບໝາກຜົນ, ລະດັບຄວາມໄວ, ແຜນການບັນດາໂຄງການເໝາະສົມກັບບັນດານະໂຍບາຍການພັດທະນາບຸລິມະສິດຂອງຕົນ ແລະ ປຶກສາຫາລືກ່ຽວກັບເນື້ອໃນຂອງຮ່າງຖະແຫລງການ ເກີນເທີກ່ຽວກັບການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳ ແບບຍືນຍົງ ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ. ກຸ່ມປະຕິບັດງານ PPFS ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາເກີດຂຶ້ນ ແລະ ບັນດາມາດຕະການໃຫ້ແກ່ການພັດທະນາກະສິກຳ ແລະ ສິນໃນນ້ຳແບບຍືນຍົງ, ຊຸກຍູ້ການລົງທຶນ ແລະ ພັດທະນາພື້ນຖານໂຄງລ່າງໃຫ້ແກ່ການຄ້ຳປະກັນດ້ານສະບຽງອາຫານແບບຍືນຍົງ, ຊຸກຍູ້ການລົງທຶນ ແລະ ພັດທະນາພື້ນຖານໂຄງລ່າງໃຫ້ແກ່ການຄ້ຳປະກັນດ້ານສະບຽງອາຫານ ແລະ ເພີ່ມທະວີດ້ານການຄ້າ ແລະ ການຕະຫລາດ.

ຕອບກັບ

ຂ່າວ/ບົດ​ອື່ນ