APEC2017:ເວທີປາໄສຫລາຍຝ່າຍ “ການລົງທຶນເພື່ອການເຕີບໂຕແບບຍືນຍົງ”

(VOVWORLD) -ວັນທີ 15 ສິງຫາ, ເວທີປາໄສຫລາຍຝ່າຍ “ການລົງທຶນເພື່ອການເຕີບໂຕແບບຍືນຍົງ” ຖືກໄຂຂຶ້ນຢູ່ ນະຄອນ ໂຮ່ຈິມີນ. 


 ເວທີປາໄສໂດຍມີການເຂົ້າຮ່ວມຂອງຜູ້ແທນ 250 ທ່ານ ຊື່ງແມ່ນບັນດາສະມາຊິກສະພາແຫ່ງຊາດ, ເຈົ້າຫນ້າທີລັດຖະບານ, ຜູ້ຊ່ຽວຊານ, ນັກຄົ້ນຄ້ວາ, ນັກທຸລະກິດມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາອົງການຈັດຕັ້ງສາກົນ. ເວທີປາໄສຖືກຈັດຂຶ້ນຢູ່ນອກກອງປະຊຸມເຈົ້າຫນ້າທີ່ອາວຸໂສ SOM ຄັ້ງທີ 3 ແລະ ບັນດາກອງປະຊຸມກ່ຽວຂ້ອງ ເພື່ອແນໃສ່ຊຸກຍູ້ການໂອ້ລົມສົນທະນາ ແລະ ການກະທຳລວມກ່ຽວກັບກອບນະໂຍບາຍພາກພື້ນ, ສະຫນອງຂໍ້ມູນຂ່າວສານສົ້ນເຂົ້າໃຫ້ແກ່ SOM ກໍຄືຊຸກຍູ້ການປຶກສາຫາລືກ່ຽວກັບນະໂຍບາຍໃນບັນດາເຈົ້າຫນ້າທີ່ APEC. ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດານັກວາງແຜນນະໂຍບາຍ, ນັກຄຸ້ມຄອງ, ນັກວິທະຍາສາດ ແລະ ບັນດາຝ່າຍກ່ຽວຂ້ອງພ້ອມກັນແບ່ງປັນ, ປືກສາຫາລື, ຊອກຫາມາດຕະການ, ການກະທຳລະອຽດ, ແທດຈິງ ເພື່ອມຸ້ງໄປເຖິງການພັດທະນາແບບຍືນຍົງຂອງແຕ່ລະພື້ນຖານເສດຖະກິດເວົ້າສະເພາະກໍຄືຄວາມວັດທະນາຖາວອນຂອງ ອາຊີ  ປາຊີຟີກ ເວົ້າລວມ. ເວທີປາໄສແມ່ນໂອກາດເພື່ອໃຫ້ຫວຽດນາມ ແບ່ງປັນ, ຖອດຖອນບົດຮຽນຈາກສາກົນໃນການແກ້ໄຂບັນດາສິ່ງທ້າທາຍຂອງບັນຫາຈຳນວນພົນລະເມືອງມີອາຍຸສູງເພີ່ມຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ