APECຄວນສົ່ງເສີມການໃຊ້ສອຍໃນຄອບຄົວເພື່ອຊຸກຍູ້ການເຕີບໂຕເສດຖະກິດ

APECຄວນສົ່ງເສີມການໃຊ້ສອຍໃນຄອບຄົວເພື່ອຊຸກຍູ້ການເຕີບໂຕເສດຖະກິດ - ảnh 1

ພາບປະກອບ

(vovworld) – ບັນດາພື້ນຖານເສດຖະກິດສະມາຊິກເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄວນ​ມີ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ໃຊ້​ສອຍ​​ໃນ​ຄອບຄົວ​ມຸ້ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ, ​ໄປ​ຄຽງ​ຄູ່​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຫັນ​ການ​ຄ້າ ​ແລະ ການ​ລົງທຶນ​ເປັນ​ເສລີ. ຕາມ​ການ​ຄົ້ນ​ຄ້ວາ​ໂດຍ​ບັນ​ດາ​ນັກຊ່ຽວຊານ​ເສດຖະກິດ ອາ​ຊຽນ ປະກາດ​ເມື່ອ​ວັນທີ 3/10 ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ APEC 2013 ​ໃນ​ອາທິດ​ໜ້າ​ຢູ່​ໝູ່​ເກາະ ບາ​ລີ ປະ​ເທດ ອິນ​ດ​ເນ​ເຊຍ ​ແລ້ວ, ປະຈຸ​ບັນ, ພວມ​​ເກີດ​ສະພາບ​ຂາດ​ຄວາມ​ດຸ່ນດຽງ​ກ່ຽວ​ກັບ​ກຳລັງ​ໃຊ້​ສອຍ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ພວມ​ພັດທະນາ APEC. ​ໂດຍລະອຽດ​ຄື, ລະດັບ​ການ​ໃຊ້​ສອນ​ສະ​ເລ່ຍຂອງ​ຄອບຄົວ​ໜຶ່ງ​ໃນ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ຂຶ້ນ​ກັບ APEC ຍັງ​ຢູ່​​ໃນ​ລະດັບ 3.111 USD/ປີ, ຕຳ່​ກ່ວາ​ຫຼາຍ​ເມື່ອ​ທຽບ​​ໃສ່​ຕົວ​ເລກ 31.738 USD/ປີ ຂອງ​ບັນດາ​ພື້ນຖານ​ເສດຖະກິດ ພັດທະນາ.

    ບັນດາ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ໃຊ້​ສອຍ​ໃນ​ຄອບ​ຄົວ​ບໍ່​ພຽງ​ແຕ່​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຮັກສາ​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໝັ້ນຄົງ​ເທົ່ານັ້ນ ຫາກ​ຍັງ​ຮັບປະກັນ​ເຕີບ​ໂຕ​ຢ່າງດຸ່ນດຽງ ​ແລະ ຮອບດ້ານອີກ​ດ້ວຍ. ນອກຈາກ​ນັ້ນ, ລັດຖະບານ​ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ APEC ຄວນ​ປັບປຸງ​ສະພາບ​ຮັບປະກັນ​ຊີວິດ​ສັງຄົມ ກໍ່​ຄື​ບາງ​ກົນ​ໄກ​ປະກັນ​ໄພ​ອື່ນໆ​ໃຫ້​ແກ່​ປະຊາຊົນ, ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ບັນດາ​ນະ​​ໂຍບາຍ​ກ່ຽວ​ກັບ​ພາ​ສີ​ອາກອນ​ຄື: ຫລຸດ​ຜ່ອນ​ອາກອນ​ລາຍ​ຮັບ ປະກອບສ່ວນ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ, ຈາກ​ນັ້ນ​ສົ່ງ​ເສີມ​ການ​ໃຊ້​ສອຍ.

 

ຂ່າວ/ບົດ​ອື່ນ