APECປີ2017ເປັນກາລະໂອກາດເພື່ອໃຫ້ຫວຽດນາມໄດ້ເພີ່ມທະວີການພົວພັນດ້ານເສດຖະກິດ,ການຄ້າແລະການລົງທຶນ

APECປີ2017ເປັນກາລະໂອກາດເພື່ອໃຫ້ຫວຽດນາມໄດ້ເພີ່ມທະວີການພົວພັນດ້ານເສດຖະກິດ,ການຄ້າແລະການລົງທຶນ - ảnh 1
​ກອງ​ປະ​ຊຸ​ມ​ຄົບ​ຄະ​ນະຄັ້ງ​ທີ 5 ຂອງ​
ຄະ​ນະ​ກຳ​ມະ​​​ການ​ແ​ຫ່ງ​ຊາດ APEC ປີ 2017
(ພາບ: TTXVN)

(vovworld) - ​​ໃນ​ຕອນ​ບ່າຍ ​ວັນ​ທີ 28/6, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ຟ໋າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ, ປະ​ທານ​ຄະ​ນະກຳ​ມະ​ການ​ແຫ່ງ​ຊາດ APEC ປີ 2017, ເປັນ​ປະ​ທານ​ກອງ​ປະ​ຊຸ​ມ ​ຄົບ​ຄະ​ນະ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​​​ການ​ແ​ຫ່ງ​ຊາດ APEC ປີ 2017. ນະ​ທີ່​ນີ້, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ບິ່ງ​ມິງ ຖື​ວ່າ: ບັນ​ດາ​ກະ​ຊວງ, ​ຄະ​ນະ, ຂະ​ແໜງການ ແລະ ທ້ອງ​ຖິ່ນ ຕ້ອງ​​ປະ​ຕິ​ບັດ​ໃຫ້ສຳ​ເລັດ​ວຽກ​ງານ​​ການກະ​ກຽມ, ພິ​ເສດ​, ຕ້ອງຮີບ​ເຮັ່ງສຳ​ເລັດທຸກ​ແຜນ​ການ​ຈັດ​ຕັ້ງ​ລະ​ອຽດ ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫຍ່ ຂອງ APEC ປີ 2017 ຕາມ​ທິດ​ທາງ​ທີ່​​ວາງອອກ, ເລືອກ​ເຟັ້ນ​ໃຫ້​ຖືກ, ​ຕ້ອງ​ບັນ​ຫາ ເພື່ອສ້າງ​ເຄື່ອງ​ໝາຍ​ຫວຽດ​ນາມ, ເມື່ອ​ຍັງ​ເຫຼືອ​ພຽງ 6 ເດືອນ​ເທົ່າ​ນັ້ນ, ຫວຽດນາມ ຈະ​ສືບ​ຕໍ່​ຮັບ​ບົດ​ບາດ​ເປັນ​ເຈົ້າ​ພາບ APEC ຕໍ່​ຈາກ ​ເປ​ຣູ. ທ່ານ ຟ໋າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ​ການເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ໃນ​ການ​ສົມ​ທົບກັນ​ ລະ​ຫວ່າງ ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ, ລະ​ຫວ່າງ ສູນ​ກາງ ແລະ ບັນ​ດາ​ທ້ອງ​ຖິ່ນ ເພື່ອ​ຮັບ​ປະ​ກັນ​ວິ​ວັດ​ການ​ກະ​ກຽມ ໃຫ້​ປີ 2017 ໃນ​ທ​ັງ​ໝົດ 5 ພາກ​ສ່ວນວຽກ​ງານ ກ່ຽວ​ກັບ​ເນື້ອ​ໃນ, ວັດ​ຖຸ ແລະ ພາ​ລາ​ທິ​ການ, ພິ​ທີ​ການ, ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສາ​ທາ​ລະ​ນະ​ສຸກ, ໂຄ​ສະ​ນາ​ເຜີຍ​ແຜ່ ແລະ ວັດ​ທະ​ນະ​ທຳ ​ດຳ​ເນີນຢ່າງ​ຄົບ​ຊຸດ, ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ ແລະ ຄຸ​ນນະ​ພາບ.

ຂ່າວ/ບົດ​ອື່ນ