APFຮຽກຮ້ອງຝ່າຍຕ່າງໆ ທີ່ກ່ຽວຂ້ອງຈົ່ງເຄົາລົບ ກົດໝາຍສາກົນຢູ່ ທະເລຕາເວັນອອກ


APFຮຽກຮ້ອງຝ່າຍຕ່າງໆ ທີ່ກ່ຽວຂ້ອງຈົ່ງເຄົາລົບ ກົດໝາຍສາກົນຢູ່ ທະເລຕາເວັນອອກ - ảnh 1

(ພາບປະກອບ:ຂ່າວສານຫວຽດນາມ)

 (vovworld)- ​ ສະພາ​ລັດຖະສະພາ​ອົງການ​ໃຊ້​ພາສາ​ຝະລັ່ງ​ (APF) ຫາ​ກໍ່​ຮັບຮອງ​ເອົາ​ມະຕິ​ຮຽກຮ້ອງຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ເຄົາລົບ​ກົດໝາຍ​ສາກົນ ​ເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຢູ່​​ທະ​ເລ​ຕາ​ເວັນ​ອອກ. ມະຕິ​ຂອງ APF ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນຕໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ລະຫວ່າງ​ຈີນ ​ແລະ ຫວຽດນາມ ຍ້ອນຈີນ ​ໄດ້ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ ​981 ຢ່າງ​ຜິດ​ກົດໝາຍ ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ. APF ຖື​ວ່າ: ສະພາບ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ອາດ​ຈະ​ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ​ບັນດາ​ເສັ້ນທາງ​ເດີນ​ທະ​ເລຢູ່​​ທະ​ເລ​ຕາ​ເວັນ​ອອກ. APF ຮັບ​ຮອງບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽ​ດນາມ​ ຊື່​ງຢາກ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ຄວາມ​ຂັດ​ແຍ້​ງຜ່ານ​ການ​ເຈລະຈາ ​ແລະ ເຄົາລົບ​ກົດໝາຍ​​ແຫ່ງ​ຊາດ ​ແລະ ສາກົນ, ສະໜັບສະໜູນ​ຂໍ້ສະ​ເໜີ​ດຳ​ເນີນ​ການ​ເຈລະຈາຂອງ​ຫວຽດນາມ ຝາກ​ໄປ​ຍັງ​ຈີນ ​ແລະ ຮຽກຮ້ອງ​ຝ່າຍ​ຕ່າງໆ​ຈົ່ງ​ມີ​ຄວາມ​ລະງັບ​ໃຈ. APF ສະ​ເໜີ​ຈີນ ​ແລະ ອາ​ຊຽນ ຕ້ອງປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂການ​ໂຕ້​ຖຽງກັນ​ຮອບດ້ານ, ປະຕິບັດ​ຢ່າງ​ຄົບ​ຖ້ວນ​​ແລະ ມີ​ປະສິດທິ​ຜົນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆຢູ່​​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ກ້າວ​ໄປ​ເຖິງການ​ເຊັນ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆຢູ່​​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ./.

ຂ່າວ/ບົດ​ອື່ນ