APPF 26 ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານ

(VOVWORLD) -ການຄ້ຳປະກັນດ້ານສະບຽງອາຫານ ແລະ ການພັດທະນາກະສິກຳແບບຍືນຍົງ; ໜູນຊ່ວຍວິສາຫະກິດຂະໜາດນ້ອຍ, ນ້ອຍສຸດ ແລະ ຂະໜາດກາງໃນສັກກະລາດດີຈີຕອນ.
APPF 26 ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານ - ảnh 1 ທີ່ກອງປະຊຸມ

ບັນດາບັນຫາເສດຖະກິດ ແລະ ການຄ້າແມ່ນຫົວເລື່ອງຕົ້ນຕໍໃນກອງປະຊຸມປຶກສາຫາລືຄົບຄະນະທີ 2 ໄດ້ດຳເນີນໃນຕອນບ່າຍວັນທີ 19 ມັງກອນ ທີ່ຮ່າໂນ້ຍ, ໃນຂອງເຂດ APPF 26. ເພື່ອເຮັດແຈ້ງຫົວເລື່ອງນີ້, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື 4 ເນື້ອໃນ, ໃນນັ້ນ ມີບົດບາດຂອງລັດຖະສະພາຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານ; ການຄ້ຳປະກັນດ້ານສະບຽງອາຫານ ແລະ ການພັດທະນາກະສິກຳແບບຍືນຍົງ; ໜູນຊ່ວຍວິສາຫະກິດຂະໜາດນ້ອຍ, ນ້ອຍສຸດ ແລະ ຂະໜາດກາງໃນສັກກະລາດດີຈີຕອນ.

        ກ່າວຄຳເຫັນເປີດສາກກອງປະຊຸມປຶກສາຫາລື, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ຢັ້ງຢືນວ່າ:

        “ພວກເຮົາຕ້ອງປ່ຽນແປງໃໝ່ໃນຈິນຕະນາການແຫ່ງການພັດທະນາ ແລະ ຍູ້ແຮງການຮ່ວມສຳພັນ, ການຮ່ວມມືໃນຫລາຍດ້ານ, ພິເສດແມ່ນກ່ຽວກັບເສດຖະກິດ ແລະ ການຄ້າ. ພວກເຮົາຄວນມີບັນດາການກະທຳແທດຈິງ ແນໃສ່ປັບປຸງການເຊື່ອມຕໍ່, ຄືບັນດາຂໍ້ລິເລີ່ມຂອງ APEC, ອາຊຽນ ສຸມໃສ່ເຂົ້າໃນ 3 ຈຸດສຸມ: ພື້ນຖານໂຄງລ່າງ, ມະນຸດ ແລະ ລະບຽບລະບອບການ, ເຊິ່ງໃນນັ້ນ ລັດຖະສະພາສວມບົດບາດສຳຄັນແມ່ນອົງການນິຕິບັນຍັດຢູ່ແຕ່ລະປະເທດ”.

        ເມື່ອເຕື້ອງເຖິງບົດບາດຂອງສະພາແຫ່ງຊາດໃນການຊຸກຍູ້ເສດຖະກິດ, ການຄ້າ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູ່ງກວກຫຽນ ຖືວ່າ:

        “ສະເໜີເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດ, ການຄ້ຳປະກັນດ້ານສະບຽງອາຫານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດກ່ວາອີກ. ໃນໄລຍະຜ່ານມາ, ສະພາແຫ່ງຊາດ ຫວຽດນາມໄດ້ປັບປຸງກົດໝາຍຫລາຍສະບັບກ່ຽວກັບດ້ານເສດຖະກິດ ເພື່ອໃຫ້ເໝາະສົມກັບທຳນຽມສາກົນ ແລະ ບັນດາຄຳໝັ້ນສັນຍາ. ບັນດາຄວາມມານະພະຍາຍາມຂອງສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ”.

        ນອກຈາກການປຶກສາຫາລືກ່ຽວກັບບົດບາດຊຸກຍູ້ການຮ່ວມສຳພັນເສດຖະກິດຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານແລ້ວ, ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ ແລະ ການພັດທະນາກະສິກຳແບບຍືນຍົງ, ໜູນຊ່ວຍວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ