APPF31 ປະສົບຜົນສຳເລັດດ້ວຍຖະແຫຼງການຮ່ວມ

(VOVWORLD) - ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (APPF31) ວັນທີ 25 ພະຈິກ ໄດ້ສິ້ນສຸດລົງໄປດ້ວຍຜົນສຳເລັດຢ່າງຈົບງາມຢູ່ນະຄອນຫຼວງ Manila ຂອງ ຟີລິບປິນ ດ້ວຍເລື່ອງ ບັນດາປະເທດຮັບຮອງເອົາຖະແຫຼງການຮ່ວມ, ສະແດງຄວາມຕັດສິນໃຈປັບປຸງການຮ່ວມມືລັດຖະສະພາຫຼາຍຝ່າຍເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.
 APPF31 ປະສົບຜົນສຳເລັດດ້ວຍຖະແຫຼງການຮ່ວມ - ảnh 1ວາລະປະຊຸມຄົບຄະນະທຳອິດ ຢູ່ APPF 31 ປຶກສາຫາລືກ່ຽວກັບບັນຫາການເມືອງ ແລະ ຄວາມໝັ້ນຄົງ (ພາບ:TTXVN)

ພາຍຫຼັງດຳເນີນກອງປະຊຸມໃນ 3 ວັນ, ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (APPF31) ວັນທີ 25 ພະຈິກ ໄດ້ສິ້ນສຸດລົງໄປດ້ວຍຜົນສຳເລັດຢ່າງຈົບງາມຢູ່ນະຄອນຫຼວງ Manila ຂອງ ຟີລິບປິນ ດ້ວຍເລື່ອງ ບັນດາປະເທດຮັບຮອງເອົາຖະແຫຼງການຮ່ວມ, ສະແດງຄວາມຕັດສິນໃຈປັບປຸງການຮ່ວມມືລັດຖະສະພາຫຼາຍຝ່າຍເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ໃນຂອບເຂດກອງປະຊຸມ, ບັນດາກຸ່ມປະຕິບັດງານ ແລະ ຄະນະກຳມະການໄດ້ຮຽບຮຽງຮັບຮອງເອົາ ມະຕິ 10 ສະບັບ, ເປັນຕົ້ນແມ່ນ: ເພີ່ມທະວີກຳລັງຄວາມສາມາດຂອງລັດຖະສະພາບັນດາປະເທດໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ; ການຕ້ານອາດຊະຍາກຳຂ້າມຊາດ; ເພີ່ມທະວີການຮ່ວມມືໃນພາກພື້ນກ່ຽວກັບການເຄື່ອນໄຫວເພື່ອການປ່ຽນແປງຂອງດິນຟ້າອາກາດ; ການອະນຸລັກຮັກສາຊີວະນາໆພັນ ແລະ ຫຼຸດຜ່ອນຄວາມສ່ຽງເກີດໄພທຳມະຊາດ; ການຮ່ວມມືໃນພາກພື້ນ ຮັບຮອງເອົາການສຶກສາ - ວັດທະນະທຳ ແລະ ສາທາລະນະສຸກ; ເປົ້າໝາຍກ່ຽວກັບເພດ ແລະ ການພັດທະນາແບບຍືນຍົງ ແລະ ການເຂົ້າຮ່ວມ, ການນຳພາຂອງແມ່ຍິງ… ຕາມປະເທດເຈົ້າພາບ ຟີລິບປິນ ແລ້ວ, ເລື່ອງມະຕິ 10 ສະບັບໄດ້ຮັບການຮັບຮອງເອົານັ້ນແມ່ນຜົນສຳເລັດທີ່ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າຂອງຜູ້ແທນທັງໝົດທີ່ມາຈາກ 19 ປະເທດ ແລະ ກາຍເປັນສ່ວນໜຶ່ງຂອງຖະແຫຼງການຮ່ວມ, ປະກາດໃຊ້ເປັນເອກະສານສຸດທ້າຍຂອງ  APPF31.
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ນຳໜ້າເຂົ້າຮ່ວມກອງປະຊຸມຕ່າງໆ ດ້ວຍຫຼາຍຄຳເຫັນປະກອບເຂົ້າໃນໂຄງການດຳເນີນງານຂອງເວທີປາໄສ.

ຕອບກັບ

ຂ່າວ/ບົດ​ອື່ນ