ARF ຮ້ຽກຮ້ອງໃຫ້ ສປປ.ເກົາຫຼີ ປະຕິບັດຄົບຖ້ວນບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

(VOVWORLD) - ວັນທີ 8 ສິງຫາ, ບັນດານັກການທູດແຖວໜ້າຂອງບັນດາປະເທດ ອາຊີ - ປາຊີຟິກ ແລະ ບັນດາປະເທດມະຫາອຳນາດພາກພື້ນ
ARF ຮ້ຽກຮ້ອງໃຫ້ ສປປ.ເກົາຫຼີ ປະຕິບັດຄົບຖ້ວນບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ - ảnh 1 (ພາບປະກອບ: YONHAP/TTXVN)

ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຄວາມເຄັ່ງຕຶງປິນຂັ້ນໄດກ່ຽວຂ້ອງເຖິງ ບັນດາເຫດຍິງລູກສອນໄຟຢ່າງຕໍ່ເນື່ອງໃນມໍ່ໆນີ້ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ, ພ້ອມທັງເລັ່ງລັດພຽງຢ່າງປະຕິບັດຄົບຖ້ວນບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ບັນດາປະເທດພ້ອມກັນສະແດງການສະໜັບສະໜູນກ່ຽວກັບການລົບລ້າງນິວເຄຣຍຢ່າງສິ້ນເຊິງ, ບໍ່ປະໃຫ້ປິ້ນຕ່າວ ແລະ ມີກົນໄກກວດກາຢັ້ງຢືນຢູ່ແຫຼມເກົາຫຼີຕາມເສັ້ນທາງສັນຕິພາບ. ເຈົ້າໜ້າທີ່ການທູດບັນດາປະເທດກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ສ.ເກົາຫຼີ ທີ່ຮ້ຽກຮ້ອງໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ ເຈລະຈາ ແລະ ຊອກຫາມາດຕະການສັນຕິໃຫ້ຄວາມເຄັງຕຶງດ້ານນິວເຄຣຍ.

ຕອບກັບ

ຂ່າວ/ບົດ​ອື່ນ