Armenia: ສະພາແຫ່ງຊາດໃໝ່ເລືອກຕັ້ງປະທານສະພາແຫ່ງຊາດ

Armenia: ສະພາແຫ່ງຊາດໃໝ່ເລືອກຕັ້ງປະທານສະພາແຫ່ງຊາດ - ảnh 1
ທ່ານ Ovik Abramian ​ໄດ້​ຮັບເລືອກ​ຕັ້ງ​ເປັນ​ປະ​ທານ​ສະພາ​ແຫ່ງ​ຊາດ Armenia
(ພາບ: azernews.az)

(vovworld) - ວັນ​ທີ 31/5, ສະພາ​ແຫ່ງ​ຊາດ Armenia ທີ່ຫາ​ກໍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ​​ເມື່ອ​ວັນ​ທີ 6/5 ຜ່ານ​ມາ ​ໄດ້​ຈັດ​ວາລະ​ປະຊຸມ​ທຳ​ອິດ ​ແລະ ຈັດ​ຕັ້ງ​ການ​ປ່ອນ​ບັດ​ລັບ​ເພື່ອ​ເລືອກ​ຕັ້ງ​ປະທານ​ສະພາ​ແຫ່ງ​ຊາດ. ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ, ທ່ານ Ovik Abramian ​ໄດ້​ຮັບເລືອກ​ຕັ້ງ​ເປັນ​ປະ​ທານ​ສະພາ​ແຫ່ງ​ຊາດ Armenia ດ້ວຍ 102 ບັດ​ສະໜັບສະໜູນ ​ແລະ 4 ບັດ​ຄັດຄ້ານ. ທ່ານ Abramian ​ເກີດ​ວັນ​ທີ 24/1/1958 ​ໄດ້​ກາຍ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ອາຍຸ​ການ 2008 – 2011. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ Abramian Serzh Sarkisian ​ໄດ້​ຕົກລົງ​​ໃຫ້​ຄະນະ​ລັດຖະບານລາ​ອອກ​ຈາກ​ຕຳ​ແໜ່ງຂອງ ​ທ່ານນາຍົກລັດຖະມົນຕີ Tigran Sarkisian, ​ເພື່ອ​​ໃຫ້ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຈັດ​ວາລະ​ປະຊຸມ​ຄັ້ງ​ທຳ​ອິດ. ຕາມ​ລັດຖະທຳ​ມະນູນ Armenia ​ແລ້ວ, ​ໃນ​ຮອບ​ເວລາ 10 ວັນ ​ເມື່ອ​ໄດ້​ຮັບ​ຮູ້​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ຄະນະລັດຖະບານ, ທ່ານ​ປະທານາທິບໍດີ ຕ້ອງ​ແຕ່ງ​ຕັ້ງ​ນາຍົກລັດຖະມົນຕີຄົນ​ໃໝ່ ດ້ວຍ​ການ​ສະໜັບສະໜູນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ.

 

ຂ່າວ/ບົດ​ອື່ນ