ASEAN Para Games 2022: ຫວຽດນາມ ຢືນອັນດັບທີ 3

(VOVWORLD) -ຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ 183 ຫຼຽນ, ໃນນັ້ນ ມີ 65 ຫຼຽນຄຳ, 62 ຫຼຽນເງິນ ແລະ 56 ຫຼຽນທອງ
ASEAN Para Games 2022: ຫວຽດນາມ ຢືນອັນດັບທີ 3 - ảnh 1ຫວຽດນາມ ຢືນອັນດັບທີ 3 ຖັດຈາກ ອິນໂດເນເຊຍ ແລະ ໄທ
(ພາບ: TTXVN)

ພາຍຫຼັງແຂ່ງຂັນເປັນເວລາກວ່າ 1 ອາທິດ, ງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 11 ໄດ້ອັດລົງ. ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ຢືນຢັນວ່າ ອິນໂດເນເຊຍ ມີຄວາມເອກອ້າງທະນົງໃຈໄດ້ເປັນປະເທດເຈົ້າພາບຈັດ ASEAN Para Games 11 ແລະ ຖືວ່າ, ນ້ຳໃຈຄວາມສາມັກຄີລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ສະແດງອອກຜ່ານບັນດານັກກິລາ ທີ່ ASEAN Para Games 11 ນັ້ນ ຈະແມ່ນ “ກຳລັງແຮງທີ່ໃຫຍ່ຫຼວງສຳລັບພາກພື້ນ ແລະ ຄົນພິການ”.

ທີ່ ASEAN Para Games 11, ຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ 183 ຫຼຽນ, ໃນນັ້ນ ມີ 65 ຫຼຽນຄຳ, 62 ຫຼຽນເງິນ ແລະ 56 ຫຼຽນທອງ, ຢືນອັນດັບທີ 3 ຖັດຈາກ ອິນໂດເນເຊຍ ແລະ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ