ASEAN ແລະ EU ປຶກສາຫາລືກ່ຽວກັບ FTA ແລະ ການຄ້າສາກົນ

ASEAN  ແລະ EU ປຶກສາຫາລືກ່ຽວກັບ FTA ແລະ ການຄ້າສາກົນ - ảnh 1
(ພາບ:vietnamplus.vn)

( vovworld ) – ​ໃນ​ຂອບ​ເຂດ​ໂຄງການ “ຍົກ​ສູງ​ຄວາມ​ສາມາດ​ໃຫ້​ແກ່ ASEAN ​ໃນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ“ ຂອງ​ສະຫະພາບ​ເອີ​ລົບ (EU) ​ແລະ ASEAN, ວັນທີ 16/4, ຢູ່​ນະຄອນຫຼວງ Jakarta Indonexia, ບັນ​ດາ​ເຈົ້າໜ້າ​ທີ່, ຜູ້ຕາງໜ້າ​ດຳ​ເນີນ​ທຸລະ​ກິດ​ຂອງ 10 ປະ​ເທດ​ສະມາຊິກ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ( ASEAN) ​ແລະ ສະຫະພາບ​ເອີ​ລົບ (EU) ​ໄດ້​ເລີ່​ມຕົ້ນການປຶກສາ​ຫາລື​​ໃນ​ວັນທຳ​ອິດ​ກ່ຽວ​ກັບ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ​ແລະ ການ​ຄ້າ​ສາກົນ​ໃນ​ຂົງ​ເຂດ​ກະສິກຳ, ກໍ​ຄື​ການ​ທ້າ​ທາຍ ​ແລະ ກາລະ​ໂອກາດ​ທີ່​ມີ​ຕໍ່​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ASEAN ​ແລະ ​EU ໃນ​ອະນາຄົດ. ​ໃນ​ການ​ປຶກສາ​ຫາລື​ເປັນ​​ເວລາ 5 ວັນ, ບັນດາ​ຜູ້​ແທນ​ສຸມ​ໃສ່​ບັນດາ​ຫົວ​ຂໍ້​ຄື: ການ​ຄ້າ​ສາກົນ​ໃນ​ຂົງ​ເຂດ​ກະສິກຳ, ບັນດາ​ມາດ​ຕະການ​ຮັບປະກັນ​ຫຼັກ​ອະນາ​ໄມ ​ແລະ ກວດ​ພະຍາດ​ສັດລ້ຽງ, ພືກ​ສາ​ຊາດ, ຮົ້ວ​ກີດຂວາງເຕັກ​ນິກສຳລັບ​ການ​ຄ້າ ​ແລະ ມາດພະຖານ​ກ່ຽວຂ້ອງ​ເຖິງ​ດ້ານ​ການ​ຄ້າ, ພ້ອມ​ທັງ​ກະກຽມ​ໃຫ້​ບັນດາ​ຮອບ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ.

ຂ່າວ/ບົດ​ອື່ນ