ASEP 9 ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບແລະຄວາມປອດໄພ,ການເດີນທະເລຢ່າງເສລີ

ASEP 9 ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບແລະຄວາມປອດໄພ,ການເດີນທະເລຢ່າງເສລີ - ảnh 1
(ພາບ​ປະ​ກອບ)

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສະ​ພາ​ແຫ່ງ​ຊາດ​ມົງ​ໂກນ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ອວງ​ຈຸ​ລິວ ນຳ​ໜ້າ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄູ່​ຮ່ວມ​ມື​ລັດ​ຖະ​ສະ​ພາ​ອາ​ຊີ - ເອີ​ລົບ ຄັ້ງ​ທີ 9 (ASEP 9) ເຊິ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ Ulan Bator ປະ​ເທດ ມົງ​ໂກນ ໃນ​ລະ​ຫວ່າງວັນ​ທີ 21 – 24/04. ດ້ວຍ​ຫົວ​ຂໍ້​ວ່າ “ບົດ​ບ​າດ​ຂອງ ASEP ສຳ​ລັບ​ກອງ​ປະ​ຊຸມ​ອາ​ຊີ - ເອີ​ລົບ (ASEM)”, ກອງ​ປະ​ຊຸມ​ໄດ້​ປ​ຶກ​ສາ​ຫາ​ລື 2 ເນື້ອ​ໃນ​ຄື “ເຊື່ອມ​ຕໍ່ ແລະ ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ກົນ​ໄກ​ຫຼາ​ຍ​ຝ່າຍ” ແລະ “ຄູ່​ຮ່ວ​ມື​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ”. ພິ​ເສດ, ASEP 9 ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ. ພ້ອມ​ກັນ​ນັ້ນ, ສະ​ກັດ​ກັ້ນ​ບັນ​ດາ​ການ​ກະ​ທຳ​ພຽງ​ລ​ຳ​ພັງ​ຝ່າຍ​ດຽວ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ພາ​ກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ແລະ ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທ​ີ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).

        ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ເນັ້ນ​ໜັກເຖິງ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ; ເຄົາ​ລົບ​ສິດ​ເສ​ລີ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ບິນ, ປະ​ຕິ​ບັດ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ​ທ່ານຫົວ​ໜ້​າ​ຄ​ະ​ນ​ະ​ຜູ້​ແທ​ນ​ຫວຽດ​ນາມ ກໍ່​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ທະ​ວີບ​ອາ​ຊີ - ເອີ​ລົບ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເຊິ່ງ​ຫຼາຍ​ປະ​ເທດ​ຕີ​ລາ​ຄາ​ສ​ູງ ແລະ ​ລ​ະ​ບູ​ໄວ້​ໃນ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ກອງ​ປ​ະ​ຊຸມ. ຄາດ​ວ່າ, ASEP 10 ຈະ​ຖ​ືກ​ຈັດ​ຂຶ້ນ​ຢູ່​ເອີ​ລົບ ໃນ​ປີ 2018.

        ໃນ​ໄລ​ຍະ​ດຳ​ເນີນກອງ​ປ​ະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ມົງ​ໂກນ ໄ​ດ້​ໃຫ້ການຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, 2 ສະ​ພາ​ແຫ່ງ​ຊາດ. ທ່ານ ອວງ​ຈູ​ລິວ ກໍ່​ມີ​ ການ​ພົບ​ປະ 2 ຝ່າຍ​ຄັ້ງ​ຕ່າງໆກັບ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຄືຶ: ອີ​ຕາ​ລີ, ລັດ​ເຊຍ, ອົດ​ສະ​ຕາ​ລີ, ລາວ, ກຳ​ປູ​ເຈຍ…

ຂ່າວ/ບົດ​ອື່ນ