ASIAD 19: ນັກກິລາແລ່ນແລະລານ ແລະ ໝາກຮຸກ ຫວຽດນາມ ເຂົ້າຮ່ວມບ້ານນັກກິລາ

(VOVWORLD) - ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 6 ຫຼຽນ
ASIAD 19: ນັກກິລາແລ່ນແລະລານ ແລະ ໝາກຮຸກ ຫວຽດນາມ ເຂົ້າຮ່ວມບ້ານນັກກິລາ - ảnh 1(ນັກກິລາຍິງປືນ ໂງຮຶວເວືອງ ຄວ້າໄດ້ຫຼຽນເງິນ)

          ວັນທີ 26 ກັນຍາ, ຄະນະນັກກິລາ ຫວຽດນາມ ໄດ້ຕ້ອນຮັບບັນດາທິມນັກກິລາແລ່ນ ແລະ ລານ (16 ຄົນ) ແລະ ໝາກຮຸກ (1 ຄົນ) ເຂົ້າຮ່ວມງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD) ຢູ່ຈີນ, ພ້ອມກັນນັ້ນ, ກໍ່ສົ່ງຄະນະນັກກິລາ ໂອລິມປິກ ຫວຽດນາມ (30 ຄົນ), ນັກກິລາພາຍເຮືອ (26 ຄົນ), ນັກມວຍ (1 ຄົນ) ກັບເມືອຮ່າໂນ້ຍ.

          ໃນມື້ແຂ່ງຂັນວັນທີ 25 ກັນຍາ, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ຫຼຽນເງິນ ທຳອິດ ພ້ອມກັບ 3 ຫຼຽນທອງ ໃນປະເພດກິລາຍິງປືນ, ພາຍເຮືອ ແລະ Taekwondo.

     ພາຍຫຼັງການແຂ່ງຂັນຢ່າງເປັນທາງການມາເປັນເວລາ 2 ວັນ, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 6 ຫຼຽນ, ໃນນັ້ນມີ 1 ຫຼຽນເງິນ, 5 ຫຼຽນທອງ, ພ້ອມຢືນອັນດັບທີ 14 ໃນຕາຕະລາງຈັດອັນດັບຫຼຽນ.

          ໃນການແຂ່ງຂັນບານເຕະຍິງ, ທິມ ຫວຽດນາມ ເອົາຊະນະຕໍ່ທິມຍິງ ບັງກະລາເທດ 6-1. ໃນການແຂ່ງຂັນນັດສຸດທ້າຍທີ່ຈະຈັດຂຶ້ນໃນວັນທີ 28 ກັນຍາ, ທິມບານເຕະຍິງ ຫວຽດນາມ ຈະພົບກັບທິມບານເຕະຍິງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ