ASIAD 2018: U23 ຫວຽດນາມໄດ້ຮັບລາງວັນຊະນະເລີດທີ່ງານແຂ່ງຂັນກິລາສາກົນ U23 - ກັບ VinaPhone 2018

(VOVWORLD) -ຕອນຄ່ຳວັນທີ 07 ສິງຫາ, ຢູ່ສະໜາມກິລາແຫ່ງຊາດມີ້ດິ່ງ, ຮ່າໂນ້ຍ ໄດ້ຈັດນັດແຂ່ງຂັນບານເຕະສຸດທ້າຍຂອງງານແຂ່ງຂັນກິລາບານເຕະສາກົນ U23 - ຊິງກັບ VinaPhone 2018 ລະຫວ່າງທິມບານເຕະ U23 ຫວຽດນາມ ແລະ ທິມບານເຕະ U23 ອູເບກິດສະຖານ.
ASIAD 2018: U23 ຫວຽດນາມໄດ້ຮັບລາງວັນຊະນະເລີດທີ່ງານແຂ່ງຂັນກິລາສາກົນ U23 - ກັບ VinaPhone 2018  - ảnh 1U23 ຫວຽດນາມໄດ້ຮັບລາງວັນຊະນະເລີດທີ່ງານແຂ່ງຂັນກິລາສາກົນ U23 - ກັບ VinaPhone 2018
(ພາບ: vietnamnet.vn)

ນີ້ແມ່ນນັດແຂ່ງຂັນທີ່ມີລັກສະນະເປັນລະບຽບການ ເມື່ອ U23 ຫວຽດນາມ ສາມາດຄວ້າໄດ້ລາງວັນຊະນະເລີດກ່ອນນັ້ນ, ດ້ວຍການເອົາໄຊຊະນະໃນ 2 ນັດກ່ອນນັ້ນກັບທິມ U23 ປາແລດສະຕິນ ແລະ U23 ໂອມານ ໃນລະຫວ່າງວັນທີ 03 ແລະ 05 ສິງຫາ ຜ່ານມາ.

        ພາຍຫຼັງສິ້ນສຸດງານແຂ່ງຂັນກິລາບານເຕະສາກົນ U23 – ຊິງກັບ VinaPhone 2018, ຕອນຄ່ຳວັນທີ 07 ສິງຫາ, ຄູຝຶກທິມບານເຕະ Olympic ຫວຽດນາມ Park Hang Seo ໄດ້ປະກາດບັນຊີລາຍຊື່ນັກບານເຕະດີເດັ່ນ 20 ຄົນຂອງຫວຽດນາມ ເພື່ອຈະໄປອິນໂດເນເຊຍ ເຂົ້າຮ່ວມງານມະຫາກຳກິລາອາຊີ (ASIAD 2018).

ຕອບກັບ

ຂ່າວ/ບົດ​ອື່ນ