ASIAD 2018: ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີສ້າງຕັ້ງບາງທິມກິລາຮ່ວມ

(VOVWORLD) -ວັນທີ 18 ມິຖຸນາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ປະກາດວ່າ, 2 ຝ່າຍໄດ້ເຫັນດີຈັດຕັ້ງການແຂ່ງຂັນກິລາບານບ້ວງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ພຽງຢາງ ແລະ ສ້າງເປັນທິມກິລາຮ່ວມ ເພື່ອແຂ່ງຂັນຢູ່ງານມະຫາກຳກິລາອາຊີ (ASIAD) 2018 ເຊິ່ງຈະດຳເນີນໃນເດືອນສິງຫາ 2018 ຢູ່ອິນໂດເນເຊຍ.

ASIAD 2018: ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີສ້າງຕັ້ງບາງທິມກິລາຮ່ວມ - ảnh 1 ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີສ້າງຕັ້ງບາງທິມກິລາຮ່ວມ

(ພາບ: Yonhap/TTXVN)

ຕາມແຈ້ງການທີ່ໄດ້ຍົກອອກມາ ພາຍຫຼັງບັນດາການເຈລະຈາທີ່ແກ່ຍາວເປັນເວລາ 1 ວັນ ຢູ່ເຂດຊາຍແດນຮ່ວມ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍ່ເຫັນດີຈະພ້ອມກັນເດີນຂະບວນທີ່ເຫດການກິລາໃຫຍ່ທີ່ສຸດຢູ່ອາຊີ ຄືດັ່ງສັນຍານຂອງຄວາມສາມັກຄີ ແລະ ເອກະພາບ.

      ການເປີດກວ້າງການຮ່ວມມືໃນຂົງເຂດກິລາ ແມ່ນໜຶ່ງໃນບັນດາຂໍ້ຕົກລົງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນການພົບປະຄັ້ງສຸດຍອດລະຫວ່າງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳສປປ.ເກົາຫຼີ Kim Jong un ເມື່ອວັນທີ 27 ເມສາຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ