Asian Para Games 2018: ຫວໍແທັງຕຸ່ງ ທຳລາຍສະຖິຕິຂອງງານມະຫາກຳກິລາ

(VOVWORLD) - ຜົນງານຂອງຕູ່ງ ໄດ້ທຳລາຍສະຖິຕິຂອງງານມະຫາກຳໄດ້ຮັບການສ້າງມານັບແຕ່ປີ 2010 ຢູ່ແຂວງ ກວາງສີ, ປະເທດຈີນ.
Asian Para Games 2018: ຫວໍແທັງຕຸ່ງ ທຳລາຍສະຖິຕິຂອງງານມະຫາກຳກິລາ - ảnh 1ນັກກິລາ ຫວໍແທັງຕຸ່ງ 

ຕອນຄ່ຳວັນທີ 10 ຕຸລາ, ທີ່ງານແຂ່ງຂັນກິລາໃຕ້ນ້ຳ, ເຂດກິລາປະສົມ Gelora Bung Karno, ນັກກິລາ ຫວໍແທັງຕຸ່ງ ຄ້ວາໄດ້ຫຼຽນຄຳອີກເທື່ອໜຶ່ງໃນປະເພດກິລາລອຍນ້ຳເສລີ 200 ແມັດ. ຜົນງານຂອງຕູ່ງ ໄດ້ທຳລາຍສະຖິຕິຂອງງານມະຫາກຳໄດ້ຮັບການສ້າງມານັບແຕ່ປີ 2010 ຢູ່ແຂວງ ກວາງສີ, ປະເທດຈີນ. ກ່ອນໜ້ານັ້ນ, ນັກກິລາ ຫວໍແທັງຕຸ່ງ ຄ້ວາໄດ້ຫຼຽນຄຳຢູ່ລາຍການລອຍຫງາຍ 50 ແມັດ (ທຳລາຍສະຖິຕິຂອງຕົນເອງ) ແລະ ລອຍເສລີ 100 ແມັດ (ທຳລາຍສະຖິຕິອາຊີ) ພ້ອມກັບຫຼຽນເງິນໃນລາຍການລອຍແມງກະເບື້ອ.

        ໃນຕາຕະລາງຈັດອັນດັບຫຼຽນຄິດໄລ່ຮອດທ້າຍວັນທີ 10 ຕຸລາ, ຄະນະນັກກິລາຄົນພິການ ຫວຽດນາມ ຢື່ນອັນດັບທີ 12 ດ້ວຍຫຼຽນຄຳ 6 ຫຼຽນ, ຫຼຽນເງິນ 4 ຫຼຽນ ແລະ ຫຼຽນທອງ 4 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ