ASOSAI 14: ກາລະໂອກາດໃໝ່ເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດຫວຽດນາມຮ່ວມມື,ພັດທະນາ

(VOVWORLD) -ໂດຍເປັນເຈົ້າພາບຈັດກອງປະຊຸມບັນດາອົງການກວດສອບບັນຊີແຫ່ງລັດສູງສຸດອາຊີຄັ້ງທີ 14 (ASOSAI 14) ແມ່ນໂອກາດເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດຫວຽດນາມ ຮັບເອົາ, ນຳໃຊ້ບັນດາຄວາມຮູ້, ມາດຕະຖານ, ບົດຮຽນສາກົນທີ່ກ້າວໜ້າ, ແຫຼ່ງກຳລັງຈາກອົງການ ASOSAI ເວົ້າລວມ ກໍ່ຄືບັນດາສະມາຊິກ ASOSAI ເວົ້າສະເພາະ ເພື່ອຍົກສູງກຳລັງຄວາມສາມາດ, ສືບຕໍ່ພັດທະນາຢ່າງແຮງ.

ASOSAI 14: ກາລະໂອກາດໃໝ່ເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດຫວຽດນາມຮ່ວມມື,ພັດທະນາ - ảnh 1 ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫຽນ

(ພາບປະກອບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫຽນ, ຫົວໜ້າຄະນະຊີ້ນຳການຈັດຕັ້ງກອງປະຊຸມໃຫຍ່ ASOSAI 14, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ໃຫ້ຮູ້ວ່າ, ASOSAI 14 ແມ່ນເຫດການການເມືອງ - ການທູດ, ຮ່ວມມືອາຊີບມີຄວາມໝາຍສຳຄັນ. ເປັນເຈົ້າພາບຈັດກອງປະຊຸມໃຫຍ່ ASOSAI 14, ອົງການກວດສອບແຫ່ງລັດຫວຽດນາມ ຈະກາຍເປັນປະທານ ASOSAI ອາຍຸການ 2018 – 2021 ແລະ ແມ່ນສະມາຊິກຄະນະບໍລິຫານງານ ASOSAI ໃນຕະຫຼອດໄລຍະ 2015 – 2024. ນີ້ແມ່ນກາລະໂອກາດເພື່ອຍົກສູງອິດທິພົນຊື່ສຽງ, ຜົນສະທ້ອນ ແລະ ທີ່ຕັ້ງຂອງອົງການກວດສອບແຫ່ງລັດຫວຽດນາມ ບົນເວທີສາກົນ.

ASOSAI 14: ສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ ASOSAI 14

        ວັນທີ 16 ກັນຍາ, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໃຫ້ຮູ້ວ່າ, ວຽກງານກະກຽມໃຫ້ແກ່ກອງປະຊຸມບັນດາອົງການກວດສອບບັນຊີແຫ່ງລັດສູງສຸດອາຊີຄັ້ງທີ 14 (ASOSAI 14), ອາຍຸການ 2018 – 2021 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນລະຫວ່າງວັນທີ 19 – 22 ກັນຍາ 2018 ໄດ້ສຳເລັດໂດຍພື້ນຖານ. ຄາດວ່າ, ກອງປະຊຸມໃຫຍ່ຈະເຊີນຜູ້ແທນ 250 ທ່ານທີ່ມາຈາກ 46 ອົງການກວດສອບບັນຊີສູງສຸດບັນດາປະເທດອາຊີ ດ້ວຍຂັ້ນຫົວໜ້າຄະນະຈາກຂັ້ນລັດຖະມົນຕີຂຶ້ນໄປ ແລະ ບັນດາອົງການຈັດຕັ້ງຕາງໜ້າບັນດາອົງການກວດສອບບັນຊີສູງສຸດຂອງໂລກ ແລະ ບາງອົງການຈັດຕັ້ງສາກົນດ້ວຍບົດບາດເປັນຜູ້ສັງເກດການ….

        ຖະແຫຼງການຮ່າໂນ້ຍ ຈະແມ່ນເອກະສານທາງການສະຫຼຸບບັນດາໝາກຜົນເຮັດວຽກສຳຄັນທີ່ສຸດຂອງກອງປະຊຸມໃຫຍ່ ແລະ ສ່ອງແສງຄຳໝັ້ນສັນຍາ, ການເຄື່ອນໄຫວຂອງປະຊາຄົມ ASOSAI ສຳລັບບັນດາເປົ້າໝາຍພັດທະນາຂອງອົງການໄລຍະ 2016 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ