AstraZeneca ເພີ່ມ​ແຫຼ່ງ​ສະ​ໜອງວັກ​ຊິນ​ໃຫ້​ແກ່​ສະ​ຫະ​ພາບ ເອີ​ລົບ

(VOVWORLD) - ອາທິດແລ້ວນີ້, AstraZeneca ໄດ້ສະເໜີຍູ້ໄວວິວັດການມອບສົ່ງວັກຊິນກໍ່ຄືເພີ່ມເຕີມ 8 ລ້ານ ໂດສ ໃຫ້ແກ່ EU ເພື່ອແນໃສ່ແກ້ໄຂຂໍ້ຂັດແຍ່ງກັບ EU. 
AstraZeneca ເພີ່ມ​ແຫຼ່ງ​ສະ​ໜອງວັກ​ຊິນ​ໃຫ້​ແກ່​ສະ​ຫະ​ພາບ ເອີ​ລົບ - ảnh 1ພາບປະກອບ: TTXVN

ວັນທີ 31 ມັງກອນ, ທ່ານນາງ Ursula Von der Leyen ປະທານຄະນະກຳມະການເອີລົບ ໄດ້ປະກາດວ່າ ບໍລິສັດການຢາ AstraZeneca ຈະມອບວັກຊິນກັນພະຍາດໂຄວິດ - 19 ຕື່ມອີກ 9 ລ້ານໂດສ ໃນໄຕມາດທີ I ຂອງປີນີ້, ຍົກຈຳນວນວັກຊິນສະໜອງໃຫ້ແກ່ EU ໃນໄລຍະນີ້ຂຶ້ນເຖິງ 40 ລ້ານໂດສ.

        ອາທິດແລ້ວນີ້, AstraZeneca ໄດ້ສະເໜີຍູ້ໄວວິວັດການມອບສົ່ງວັກຊິນກໍ່ຄືເພີ່ມເຕີມ 8 ລ້ານ ໂດສ ໃຫ້ແກ່ EU ເພື່ອແນໃສ່ແກ້ໄຂຂໍ້ຂັດແຍ່ງກັບ EU. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ EU ຖືວ່າ ປະລິມານຢາວັກຊິນເຊັ່ນນີ້ ແມ່ນຕ່ຳກ່ວາຫຼາຍ ເມື່ອທຽບໃສ່ກັບຄຳໝັ້ນສັນຍາເບື້ອງຕົ້ນຂອງ ບໍລິສັດດັ່ງກ່າວເຊິ່ງ ຢ່າງໜ້ອຍສຸດແມ່ນ 80 ລ້ານໂດສໃນໄຕມາດທຳອິດຂອງປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ